ວັນທີ 11 ຕຸລາ 2024 ທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ ປະທານຈັດງານເທດສະການບຸນປະເພນີ ອອກພັນສາ-ຊ່ວງເຮືອປະເພນີ ຕິດພັນກັບການເປີດປີທອງທ່ຽວປີ 2024 ໄດ້ຖະແຫຼງຄວາມພ້ອມຈັດກັບກິດຕ່າງໆໃຫ້ຮູ້ວ່າ:
ເພື່ອເຮັດໃຫ້ປີທ່ອງທ່ຽວ 2024 ຢູ່ ເມືອງສາມັກຄີໄຊ ມີບັນຍາກາດຟົດຟື້ນ, ມີຄວາມປະທັບໃຈ ແລະ ເພື່ອເປັນການອະນຸລັກຮັກສາ ຮີດຄອງປະເພນີອັນດີງາມ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ໃຫ້ຄຽງຢູ່ກັບຊາວເມືອງ ສາມັກຄີໄຊ ແຂວງອັດຕະປືຍືນຍາວຕະຫອດໄປ ສຳລັບກິດຈະກຳເປີດປີທ່ອງທ່ຽວ ປະຈໍາປີ 2024 ນີ້ ເປັນກິດຈະກຳທີ່ສໍາຄັນທີ່ສຸດ ນອກຈາກຈະເປັນການສົ່ງເສີມການທ່ອງທ່ຽວແລ້ວ ຍັງເປັນການອະນຸລັກ ວັດທະນະທໍາ ຮີດຄອງປະເພນີອັນດີງາມ, ການເຜີຍແຜ່ປະຫວັດສາດ, ວັດທະນະທໍາ, ທໍາມະຊາດ ໃຫ້ມີຄວາມຍືນຍົງ, ເປັນການສ້າງຄວາມຄຶກຄື້ນເພື່ອກະຕຸ້ນເສດຖະກິດທາງກົງ-ທາງອ້ອມ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ ສະນັ້ນ, ທາງອົງການປົກເມືອງສາມັກຄີໄຊ ຮ່ວມກັບທຸກພາກສ່ວນ ນັກທຸລະກິດ ຜູ້ປະກອບການ ແມ່ຄ້າ-ຊາວຂາຍ, ປະຊາຊົນບັນດາເຜົ່າ ພ້ອມກັນຫ້າງຫາກະກຽມຄວາມພ້ອມຈັດງານຂຶ້ນ ໂດຍມີການມອບໝາຍຄວາມຮັບຜິດຊອບແຕ່ລະພາກສ່ວນ ສໍາລັບງານກິດຈະກຳເປີດປີທ່ຽວປີນີ້ ປະກອບມີ 8 ກິດຈະກຳຫຼັກ, ທາງເມືອງກໍ່ໄດ້ກຳນົດຕາຕະລາງງານບຸນ ເຊິ່ງເລີ່ມແຕ່ວັນທີ່ 12 ຕຸລາ 2024 ເປັນຕົ້ນໄປລະອຽດດັ່ງນີ້: ກິດຈະກຳຕະຫຼາດນັດ ເລີ່ມແຕ່ວັນທີ 12-18 ຕຸລາ 2024, ວັນທີ 14 ຕຸລາ 2024 ແມ່ນຮັບຊົມກິດຈະກຳປະກວດໂຄສົກ, ວັນທີ 15-16 ຕຸລາ 2024 ແມ່ນຮັບຊົມກິດຈະກຳສະແດງສິລະປະວັນນະຄະດີ, ຕອນເຊົ້າຂອງວັນທີ 17 ຕຸລາ 2024 ກິດຈະກຳພິທີຕັກບາດການນໍາຂອງແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນທົ່ວເມືອງ ຢູ່ວັດຫຼວງໄຊຍະຣາມ, ຕອນແລງຂອງວັນທີ 17 ຕຸລາ 2024 ເວລາ 15 ໂມງ 00 ນາທີ ພິທີເປີດປີທອງທ່ຽວຂອງ ເມືອງປະຈໍາປີ 2024, ຕອນຄໍ່າ ຂອງວັນທີ 17 ຕຸລາ 2024 ເວລາ 18 ໂມງ 00 ນາທີ ເປັນຕົ້ນໄປ ຊົມກິດຈະກຳ ລອຍກະໂທງຂອງບ້ານ ແລະ ພາກສ່ວນຕ່າງໆ ພ້ອມທັງຊົມກິດຈະກຳໄຫຼເຮືອໄຟນໍ້າ ຂອງແຕ່ລະວັດ, ຕອນເຊົ້າຂອງວັນທີ 18 ຕຸລາ 2024 ເລີ່ມແຕ່ເວລາ 7 ໂມງ 00 ນາທີ ເປັນຕົ້ນໄປ ການແຂ່ງຂັນຊ່ວງເຮືອ ປະເພດຕ່າງໆ ຢ່າງເປັນທາງການ ຢູ່ທ່າຜາມໄຊ ພ້ອມທັງຮັບຊົມກິດຈະກຳເຮືອເຊິ້ງ ຂອງແຕ່ລະພະແນກການຂອງແຂວງ ແລະ ເມືອງ ເຊິ່ງມີເຮືອປະເພດ 35 ສີຟາຍ, ເຮືອປະເພດ 22 ສີພາຍ, ເຮືອປະເພດ 12 ສີຟາຍ
ທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ ຖືໂອກາດນີ້ເຊີນຊວນບັນດາທ່ານ ແຂກພາຍໃນ ແລະ ຕ່າງປະເທດ, ພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ ແລະ ບັນດານັກທ່ອງທ່ຽວ ຖ້າມີເງື່ອນໄຂ ຈົ່ງມາຮ່ວມຊົມ-ຮ່ວມເຊຍ ການແຂ່ງຂັນເຮືອຊ່ວງ, ຈັບຈ່າຍຊື້- ຂາຍສິນຄ້າຕ່າງໆ ທີ່ຈັດວາງກະກຽມໄວ້ບໍລິການທ່ານ ທັງຮ່ວມທຳບຸນໃສ່ບາດ, ວຽນທຽນ ແລະ ໄຫຼເຮືອໄຟ ບູຊາສິ່ງສັກສິດຕ່າງໆ ເພື່ອຄວາມເປັນສີລິມຸງຄຸນແກ່ຊີວິດ ແລະ ຄວາມມີໂຊກລາບ, ຄວາມຜາສຸກ, ໂຊກດີຕະຫຼອດປີ ແລະ ຕະຫຼອດໄປ.
ໂດຍ: ໄພບູນ




