ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື ຈະນຳຫີນອ່ອນເກືອບ 10 ໂຕນປະດັບຢູ່ສະຖານທີ່ສໍາຄັນຂອງແຂວງ

Dec 25, 2024

ອັດຕະປື ຈະນຳຫີນອ່ອນເກືອບ 10 ໂຕນປະດັບຢູ່ສະຖານທີ່ສໍາຄັນຂອງແຂວງ
ວັນທີ 24 ທັນວາ 2024 ນີ້ ອົງການປົກຄອງແຂວງ ນໍາພາໂດຍ ທ່ານ ວັນທອງ ກອງມະນີ, ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ເມືອງ ໄດ້ພ້ອມພຽງກັນຈັດພິທີທາງ​ພຸດສາສະໜາສູດປະຣິຕະມຸງຄຸນກຽມເຄື່ອນຍ້າຍຫີນອ່ອນຈາກພູກາງໂຮງ ເມືອງພູວົງ ໂດຍການສະໜັບສະໜູນຂອງ ບໍລິສັດ ພັດທະນາຫີນປະເສີດ ລາວ-ຈີນ ຈໍາກັດ ປະກອບສ່ວນ ເພື່ອນຳໄປປະດິດສະຖານໄວ້ທີ່ຫໍຫຼັກເມືອງ ແລະ ສະຖານທີ່ສໍາຄັນຂອງແຂວງ ອັດຕະປື ເພື່ອເປັນການອະນຸລັກຮັກສາມູນມໍລະ ດົກວັດຖຸມີຄ່າອັນດີງາມຂອງຊາດໃຫ້ຄົນທັງຫຼາຍໄດ້ສຳຜັດກາຍເປັນບ່ອນກາບໄຫວ້ສັກກະລະບູຊາ ແລະ ຫັນເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາຂອງແຂວງໃນອານາຄົດ.
ພິທີກຳໄດ້ມີຂຶ້ນກົງກັບມື້ແຮມມື້ 9 ຄ່ຳ, ເດືອນ 1 ລາວ, ປີມະໂລງ, ພສ 2567, ຕາມຮີດຄອງ ທີ່ເຄີຍປະຕິບັດກັນມາ ໃນເບື້ອງຕົ້ນທາງອົງການປົກຄອງເມືອງ ໄດ້ສົມທົບກັບເຖົ້າແກ່ແນວໂຮມບ້ານ (ເຈົ້າກົກເຈົ້າເຫຼົ່າ) ທຳພິທີອະຣາດທະນາອັງເຊີນຫີນອ່ອນຈາກພູກາງໂຮງ ເພື່ອຂໍຄວາມເປັນສິຣິມຸງຄຸນໃຫ້ເປັນຫີນສັກສິດ ຄູ່ບ້ານຄູ່ເມືອງຂອງພີ່ນ້ອງບັນດາເຜົ່າຊາວແຂວງ ອັດຕະປື ແລະ ພິທີທາງສະສະໜາໄຕ້ທູບທຽນບູຊາພຣະລັດຕະນະໄຕຣ ເພື່ອເປັນສິລິມຸງຄຸນ ແລະ ເສີມປາລະມີ ໃຫ້ແກ່ຄະນະນໍາພັກ-ລັດຂອງແຂວງ ແລະ ພໍ່ແມ່ປະຊາຊົນໃຫ້ມີຄວາມຢູ່ເຢັນເປັນສຸກຕະຫອດໄປ, ຈຳນວນຫີນອ່ອນທີ່ຈະໄດ້ນຳໄປປະດິດສະຖານໄວ້ທີ່ຫໍຫຼັກເມືອງ ແລະ ສະຖານທີ່ສໍາຄັນຂອງແຂວງ ອັດຕະປື ມີທັງໝົດຈຳນວນ 3 ກ້ອນ, ກ້ອນທີ 1 ປະດິດສະຖານໄວ້ທີ່ຫໍເສົາຫຼັກເມືອງຂອງ​ແຂວງ, ມີລວງສູງທາງຍາວ 170 ຊມ, ນ້ຳໜັກ 2.785 ກິໂລກຼາມ, ຫີນກ້ອນທີ 2 ປະດັບຢູ່ສະຖານທີ່ສຳຄັນຂອງແຂວງ ລວງສູງ: 170 ຊມ, ມີນໍ້າໜັກ 1.912 ກິໂລກຼາມ ແລະ ກ້ອນທີ 3 ປະດັບຢູ່ສະຖານທີ່ສຳຄັນຂອງແຂວງ, ລວງຍາວ 280 ຊມ, ມີນໍ້າໜັກ 4.345 ກິໂລກຼາມ.
ໂອກາດດຽວກັນກໍໄດ້ມີພິທີທາງການມອບ-ຮັບ ຈຳນວນຫີນອ່ອນດັ່ງກ່າວ ເຊິ່ງຕ່າງໜ້າອົງການປົກຄອງແຂວງໂດຍແມ່ນ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ແລະ ຜູ້ຕ່າງໜ້າບໍລິສັດພັດທະນາຫີນປະເສີດ ລາວ-ຈີນ ຈໍາກັດ ເຊິ່ງມີບັນດາທ່ານທັງໝົດເຂົ້າຮ່ວມເປັນສັກຂີພິຍານ.
ໃນຈໍານວນຫີນອ້ອນ 3 ກ້ອນນີ້ ຄືກ້ອນທີໜຶ່ງແມ່ນແຂວງຈະນໍາມາສ້າງເປັນເສົາຫຼັກເມືອງຂອງແຂວງ, ສ່ວນຫີນກ້ອນທີ 2 ແລະ ທີ3 ແມ່ນຈະນຳໄປປະດັບຢູ່ສະຖານທີ່ສໍາຄັນຂອງແຂວງ ເພື່ອເປັນການອະນຸລັກຮັກສາປະເພນີອັນດີງາມຂອງຊາດ, ທັງເປັນການຍົກລະດັບຄຸນຄ່າທາງດ້ານວັດທະນະທຳສ້າງໃຫ້ຄົນທັງຫຼາຍໄດ້ສຳຜັດດ້ວຍວັດຖຸ ແລະ ຈິດໃຈກາຍເປັນບ່ອນກາບໄຫວ້ສັກກະລະບູຊາ ເຊິ່ງແຂວງອັດຕະປື ພາຍຫຼັງບໍລິສັດມອບຫີນໃຫ້ແລ້ວ ຈະນໍາໃຊ້ໃຫ້ເກີດປະໂຫຍດສູງສຸດດ້ານອະຣິຍະທຳຄວາມໂດດເດັ່ນຮຸ່ງເຮືອງ ແລະ ກາຍເປັນສົມບັດມິ່ງເມືອງຂອງຊາດໃນອະນາຄົດ, ທັງເປັນສົມບັດອັນປະເສີດເປັນທີ່ເຄົາລົບບູຊາ ຂອງຊາວແຂວງອັດຕະປື ຕະຫຼອດໄປ.
ຂ່າວ: ສາຍນ້ຳເຊກອງ