ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື​ ຈັດກິດຈະກໍາຍ່າງເພື່ອສຸ​ຂະ​ພາບ ສະເຫຼີມສະຫຼອງ ວັນກໍາ​ມະກອນສາກົນ

Apr 30, 2026

ໃນຕອນເຊົ້າວັນທີ 30 ເມສາ 2026​ ນີ້ ແຂວງອັດຕະປື ໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເພື່ອສະເຫຼີມສະ​ຫຼອງວັນກໍາມະກອນສາກົນ ຄົບ​ຮອບ​ 140 ປີ​(1 ພຶດສະພາ 1886-1 ພຶດສະພາ 2026),​ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ​ ບຸນເຖີງ ດວງສະຫວັນ ເລ​ຂາພັກແຂວງ ປະທານສະພາປະຊາຊົນແຂວງອັດຕະປື, ມີຄະນະນໍາຂອງແຂວງ, ບັນດາພະ​ແນກ​ການ, ອົງ​ການທຽບເທົ່າ, ບໍລິສັດ ແລະ ຫົວ​ໜ່ວຍແຮງງານ, ຕະຫຼອດຮອດສະ​ມາຊິກກໍາ​ມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານເຂົ້າຮ່ວມຢ່າງຫຼວງຫຼາຍ.
May be an image of text May be an image of one or more people and text
ທ່ານ​ ບຸນເຖີງ ດວງສະຫວັນ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ກ່າວຕໍ່ພິທີວ່າ: ເນື່ອງໃນໂອກາດວັນກໍາມະກອນ​ສາກົນ ວັນ​ທີ 1 ພຶດສະພາ ທີ່ໝູນວຽນມາຄົບ​ຮອບ 140 ປີ,​ ຕາງໜ້າໃນຄະນະບໍ​ລິຫານງານພັກແຂວງ, ຕາງໜ້າຊົນຊັ້ນກໍາມະກອນຂັ້ນແຂວງ ຮ່ວມກັນສ້າງຂະບວນການຍ່າງເພື່ອສຸຂະພາບ ແລະ ແຂ່ງຂັນກິລາເປຕັງ.​ ນອກນັ້ນ, ກໍ່ຍັງມີກິດຈະກໍາລົງຢ້ຽມຢາມກໍາ​ມະ​ກອນຢູ່ໂຮງຮຽນຈັກ, ໂຮງງານ, ຫົວໜ່ວຍແຮງ​ງານ, ການບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ອະນາໄມສໍານັກງານ​ ເພື່ອເຮັດໃຫ້ການສະ​ເຫຼີມສະ​ຫຼອງວັນກໍາມະກອນສາກົນ ປີນີ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.
ວັນກໍາມະກອນສາກົນ ຖືວ່າເປັນວັນປະຫວັດ​ສາດອັນສໍາຄັນຂອງຊົ້ນຊັ້ນຜູ້ອອກແຮງງານ, ເຊິ່ງຈຸດເລີ່ມຕົ້ນໃນສະຕະວັດທີ XVIII–XIX ມີອິດທິພົນອັນສໍາຄັນຕໍ່ກັບສິດຂັ້ນພື້ນ​ຖານຂອງຜູ້ອອກແຮງງານໃນທົ່ວ ໂລກ ແລະ ໃນ ສປປ​ ລາວ ເຮົາກໍ່ໄດ້ສະເຫຼີມສະຫຼອງທຸກປີ ເພື່ອລະນຶກ​ເຖິງມູນເຊື້ອຄວາມສາມັກຄີຕໍ່ສູ້ຂອງຊາວກໍາມະກອນລາວ.​ ຂໍຮຽກຮ້ອງມາຍັງການນໍາພັກ-ລັດແຕ່ລະຂັ້ນ, ອົງການຈັດຕັ້ງກໍາ​ມະບານ, ສະມາຊິກກໍາມະບານ, ກໍາມະກອນ ສືບທອດມູນເຊື້ອອັນດີເລີດຂອງຊົນຊັ້ນກໍາມະກອນສາກົນ, ຊົນຊັ້ນກໍາມະກອນລາວ ພາຍໃຕ້ການຊີ້ນໍາບນໍາພາຂອງພັກ. ຈົ່ງຕັ້ງໜ້າປະຕິບັດໜ້າທີ່, ສິດ ແລະ ພັນທະຂອງຕົນໃຫ້ຖືກຕ້ອງ, ມີຜົນສໍາເລັດ ແລະ ມີປະສິດ​ທິຜົນສູງ.
May be an image of motorcycle, scooter, road and text May be an image of one or more people
ສໍາລັບກິດຈະກຳຍ່າງເພື່ອສຸຂະພາບຄັ້ງນີ້ແມ່ນໄດ້ເລີ່ມຕົ້ນ ດ້ວຍການລວມຕົວກັນຂອງ ສະມາ​ຊິກກຳມະ​ບານ ຊາວຜູ້ອອກແຮງງານ ທີ່ເດີ່ນກິລາເປຕັງຂອງແຂວງ ກ່ອນເຄື່ອນຂະບວນຍ່າງ ໄປຕາມຖະໜົນຫົນ​ທາງສາຍຫຼັກທີ່ກຳນົດ.
ພາຍໃນງານຍັງໄດ້ຈັດກິດຈະກຳແຂ່ງ​ຂັນກິລາເປຕັງຊິງຂັນສະຫາຍເລຂາພັກແຂວງອັດຕະປື ຕື່ມອີກ,​ ເຊິ່ງເຮັດໃຫ້ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມເບີກບານມ່ວນ​ຊື່ນ.
ຂ່າວ: ສິດຕິພອນ