ເນື່ອງໃນໂອກາດວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ.ຄື: 14 ເມສາ 1955 – 14 ເມສາ 2024. ວັນທີ 8 ເມສາ 2024 ນີ້ ແຂວງອັດຕະປື ໄດ້ຈັດເວທີສົນທະນາພາຍໃຕ້ຫົວຂໍ້: ຄວາມເປັນມາ ແລະ ການເຕີບໃຫຍ່ຂະຫາຍຕົວຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເຊິ່ງເວທີດັ່ງກ່າວໄດ້ຈັດຂຶ້ນທີ່ຫໍປະຊຸມໃຫຍ່ຂອງແຂວງ. ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານແນວຄິດ ວຽກງານພັກ- ພະນັກງານ ມີສະຫາຍ ບຸນໂຮມ ພົມມະສານ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍຄະນະປະຈໍາພັກແຂວງ, ອາດິດເລຂາຄະນະບໍລິຫານຊາວໜຸ່ມແຂວງ, ເລຂາໜ່ວຍຊາວໜຸ່ມອອມຂ້າງແຂວງ, ເມືອງ ສະມາຊິກຊາວໜຸ່ມ, ໄວໜຸ່ມ, ນ້ອງນ້ອຍເຍົາວະຊົນພ້ອມດ້ວຍພາກສວ່ນກຽ່ວຂ້ອງເຂົ້າຮ່ວມ. ໃນພິທີ ບັນດາສະຫາຍອາດິດເລຂາຄະນະບໍລິຫານການຊາວໜຸ່ມແຂວງແລະຜູ້ທີ່ມີປະສົບການ. ໃນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໄລຍະຜ່ານມາ. ໄດ້ຜັດປຽ່ນກັນເລົ່າຄືນມູນເຊື້ອການເຕີບໃຫຍຂະຕົວຂອງຄະນະຊາວໜຸ່ມຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະສົບການຂອງຕົນທີ່ໄດ້ເຄືອນໄຫວຈັດຕັ້ງປະຕິບັດວຽກງານຊາວໜຸ່ມ. ໂດຍສະເພາະໄດ້ຍົກໃຫ້ມູນເຊື້ອຊາວໜຸ່ມແຕ່ລະຮຸ່ນໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນພາລະກິດປະຕິວັດຂອງພັກໃນການເຕົ້າໂຮມຄວາມສາມັກຄີ, ສຶກສາ ອົບຮົມຖັນແຖວຊາວໜຸ່ມປະຕິບັດບົດບາດ ເປັນກຳລັງນຳໜ້າປະຈັນບານໃນທຸກສະໜາມຮົບ ແລະທຸກຂົງເຂດວຽກງານ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະອະທິປະໄຕ, ຄວາມມີອິດສະຫຼະພາບ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ ຕາມຄຳຂວັນທີ່ວ່າ: “ຍອມຕາຍດີກວ່າເສຍເອກະລາດເດັດຂາດບໍ່ຍອມໃຫ້ປະເທດຊາດຖືກຕັດແບ່ງ ແລະຄວາມປອງດອງຖືກທຳລາຍ” ພາຍຫຼັງປະເທດຊາດໄດ້ ຮັບການປົດປ່ອຍ ຖັນແຖວຊາວໜຸ່ມກໍ່ໄດ້ເປັນເຈົ້າການປະກອບສ່ວນປະຕິບັດສອງໜ້າທີ່ ຍຸດທະສາດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນກຳລັງແຮງສຳຄັນຕໍ່ການພັດທະນາ ແລະເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນລາວບັນດາເຜົ່າຕະຫຼອດມາ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ເພື່ອສືບຕໍ່ພາລະກຳທີ່ປະເທດຊາດ ແລະ ພັກມອບໜາຍໃຫ້ຊາວໜຸ່ມແຫ່ງຍຸກສະໄໝ່ ໄລຍະປົກປັກຮັກສາແລະສ້າງສາປະເທດຊາດ. ແຕ່ລະຂັ້ນຕອ້ງສືບຕໍ່ປັບປຸງຍົກສູງຄຸນນະພາບຂອງສະມາຊິກຊາວໜຸ່ມ, ປຸກລະດົມຊາວໜຸ່ມ ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປູກຝັງ-ລ້ຽງສັດ, ສະແຫວງຫາການສຶກສາຮ່ຳຮຽນໃຫ້ມີຄວາມຮູ້, ຄວາມສາມາດຮອບດ້ານ ແລະໄດ້ເປີດບັ້ນແຂ່ງຂັນ “3 ສາມັກຄີ 4ບຸກຂື້ນຢ່າງຕໍ່ເນື່ອງ, ໃຫ້ແທດເຖິງຮາກຖານຊາວໜຸ່ມຈາກນັ້ກກໍ່ມີການມອບຫຼຽນກາຕະລຸມບອນໃຫ້ບຸກຄົນທີ່ຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຊາວໜຸ່ມຈຳນວນ 11 ສະຫາຍແລະ ມອບຫຼຽນກາລະນືກ 65 ປີ ໃຫ້ກົມມກອງລວມໝູ່ຄື: ໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງແຂວງ, ເມືອງ ກຳລັງປກຊ-ປກສ ຈໍານວນ 3 ຮ້ອຍກວ່າໜວ່ຍຮາກຖານຕື່ມອີກ
ຂ່າວ: ໄຊຈະເລີນ ຂ.ອັດຕະປື





