ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື-ດັກລັກ ຮ່ວມລົງນາມເຊັນສັນຍາຮ່ວມມືຮອບດ້ານ ໃນໄລຍະປີ 2025-2030.

Mar 12, 2025

ໃນລະຫວ່າງວັນທີ 10-11 ມີນາ 2025 ສະຫາຍ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປື ແລະ ສະຫາຍ ເຈືອງກົງຖາຍ ຮອງປະທານຄະນະກຳມະການປະຊາຊົນແຂວງດັກລັກ ໄດ້ຮ່ວມພິທີລົງນາມສັນຍາຮ່ວມມືຮອບດ້ານເຊິ່ງພິທີໄດ້ຈັດຂື້ນທີ່ຫ້ອງປະຊຸມຂອງໂຮງ ແຮມໄຊງອນບານເມ ແຂວງດັກລັກ ຂອງຫວຽດນາມ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ການຮ່ວມລົງນາມສັນຍາໃນຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະ ພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນສາຍພົວພັນຮ່ວມມືລະຫວ່າງ ແຂວງດັກລັກຂອງຫວຽດນາມ ແລະ ແຂວງອັດຕະປື ຂອງລາວ ໃຫ້ກ້າວເຂົ້າສູ່ລະດັບໃໝ່.
ໃນໂອກາດດຽວກັນນີ້ ຄະນະຜູ້ແທນແຂວງອັດຕະປື ຍັງໄດ້ເຂົ້າຮ່ວມ ງານສະເຫຼີມສະຫຼອງ ບັ້ນໄຊຊະນາ ບວນມາທອດ, ປົດປ່ອຍແຂວງດັກລັກ ຄົບຮອບ 50 ປີ ( 10/03/1975 -10/03/2025 ) ແລະ ເຂົ້າຮ່ວມງານເທສະການກາເຟ ບວນມາທວດ ຄັ້ງທີ 9 ຂອງແຂວງດັກລັກ ເຊິ່ງກາເຟແຂວງດັກລັກ ເຊິ່ງເປັນທີ່ຮູ້ຈັກ ແລະ ເປັນທີ່ນິຍົມ ໃນ 72 ກົ່ວປະເທດຂອງໂລກ, ເປັນຕະຫຼາດການບໍລິໂພກກາເຟທີ່ສໍາຄັນລວມມີສະຫະລັດອາເມລິກາ, ຍີປຸ່ນ, ເກົາຫລີ ແລະ ສະຫະພາບເອີລົບ.
ຂ່າວ-ພາບ: ວິໄລສັກ ແກ້ວຫຼວງໂຄດ.