ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 27 ກັນຍາ 2022, ແຂວງອັດຕະປື ໄດ້ຈັດກອງປະຊຸມທົບທວນການຈັດ ຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 9 ເດືອນປີ 2022 ແລະ ທິດທາງ 3 ເດືອນທ້າຍປີ 2022,ໂດຍການເປັນປະທານຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື,ຜູ້ຊີ້ນຳວຽກງານແກ້ໄຂ ສະກັດກັ້ນ ບັນ ຫາຢາເສບຕິດຂັ້ນແຂວງ,ມີບັນດາທ່ານຄະນະຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ຂັ້ນແຂວງເຂົ້າຮ່ວມ .
ກອງໄປຊຸມໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນກາຢາເສບຕິດ ໃນໄລຍະ 9 ເດືອນຜ່ານມາ,ເຊິ່ງເຫັນໄດ້ວ່າຄະນະພັກ ຄະນະນຳແຕ່ລະຂັ້ນ ແລະ ກອງບັນຊາ ການປ້ອງກັນຄວາມສະຫງົບແຂວງ ແລະ ເມືອງ ໄດ້ຖືສຳຄັນວຽກງານສຶກສາອົບ ຮົມ,ໂຄສະນາເຜີຍແຜ່ລະບຽບກົດໝາຍ, ເຊື່ອມຊືມບັນດາເອກະສານ ທີ່ກ່ຽວຂ້ອງກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ສະກັດກັ້ນບັນຫາຢາເສບຕິດ ແລະ ຜົນຮ້າຍຂອງຢາເສບຕິດ,ໂດຍການສຸມໃສໂຄສະນາຢູ່ບັນດາສະຖາບັນສຶກສາ ແລະ ກຸ່ມບ້ານ,ເຊິ່ງໃນໄລຍະ 9 ເດືອນຜ່ານມາແຂວງອັດຕະປື ສາມາດແກ້ໄຂມ້າງຄະດີຄ້າຂາຍຢາເສບຕິດໄດ້ 110 ເລື່ອງ,ຈັບຜູ້ຖຶກຫາໄດ້ 171 ຄົນ,ຍິງ 29 ຄົນ,ຄົນຕ່າງປະເທດ 4 ຄົນ,ຢຶດຂອງກາງຢາບ້າໄດ້ 45.300 ເມັດ,ເງິນກິບ 77 ລ້ານກວ່າກິບ,ໂທລະສັບ 119 ໜ່ວຍ,ລົດຈັກ 27 ຄັນ, ລົດໃຫຍ່ 3 ຄັນ,ປືນແກັບ 7 ກະ ບອກ,ປືນສັ້ນ 1 ກະບອກ,ໂມງ 2 ໜ່ວຍ ແລະ ແຫວນ 1 ວົງ,ພ້ອມດຽວກັນນັ້ນຍັງໄດ້ຂື້ນບັນຊີເປົ້າໝາຍຂົນສົ່ງ-ຄ້າຂາຍຢາເສບເສບຕິດ ລາຍຍ່ອຍ,ລາຍກາງ ໃນທົ່ວແຂວງໄດ້ຫຼາຍເປົ້າໝາຍ.ໃນກອງປະຊຸມບັນດາຜູ້ແທນຍັງໄດ້ຄົ້ນຄ້ວາ,ປືກສາຫາລື ປະກອບຄໍາຄິດເຫັນ ຕໍ່ກັບປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມຍ້ອນບັນຫາຢາເສບຕິດ ເພື່ອຫາວິທີແກ້ໄຂ,ສະກັດກັ້ນ ໃຫ້ປະກົດການຫຍໍ້ທໍ້ ບັນຫາຢາເສບຕິດໄດ້ຫຼຸດໜ້ອຍຖອຍລົງ ກ້າວໄປເຖິງໃຫ້ໝົດໄປຈາກສັງຄົມ .ໂອກາດດັ່ງກ່າວທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ກ່າວມີຄໍາເຫັນ ໂດຍເນັ້ນໜັກໃຫ້ຄະນະຮັບຜິດຊອບ ເອົາໃຈໃສ່ໂຄສະນາເຜີຍແຜ່ ບັນດາເອກະສານທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂສະກັດກັ້ນບັນຫາຢາເສບຕິດ ໃຫ້ລົງສູ້ຮາກຖານ,ສຸມໃສ່ໂຄສະນາຜົນຮ້າຍຂອງຢາເສບຕິດ ຢູ່ບັນດາກຸ່ມບ້ານ,ບັນດາກຸ່ມຜູ້ໃຊ້ແຮງງານ ແລະ ນັກຮຽນ-ນັກສຶກສາ ໃຫ້ຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດ,ເພີ່ມທະວີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ສຳເລັດຕາມຄາດໝາຍເທື່ອລະກ້າວທີ່ວາງໄວ້.
ຂ່າວ: ວິໄລສັກ