ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື ປະກາດຍົກຍ້າຍພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ

Nov 2, 2024

ອັດຕະປື ປະກາດຍົກຍ້າຍພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ
ວັນທີ 1 ພະຈິກ 2024 ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງອັດຕະປືໄດ້ຈັດພິທີປະກາດການຍົກຍ້າຍ ແລະ ຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ໂດຍການເປັນປະ ທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, .
ໃນພິທີ ທ່ານສຸດໃຈ ມາໄຊຍະວົງ ຮອງຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງວ່າດ້ວຍຍົກຍ້າຍແລະແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ໂດຍອີງຕາມ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງໃໝ່) ເລກທີ 68/ສພຊ, ລົງ ວັນທີ 14 ທັນວາ 2015, ໝວດ IV ມາດຕາທີ 20 ວ່າດ້ວຍສິດ ແລະ ໜ້າທີ່ຂອງເຈົ້າແຂວງ.
ໃນນີ້ ໄດ້ແຕ່ງຕັ້ງ ທ່ານ ລິດຄໍາ ໂຮມອິນຕາ ວ່າການຫົວໜ້າຫ້ອງວ່າການແຂວງຂື້ນເປັນຫົວໜ້າ ຫ້ອງວ່າການແຂວງ, ແຕ່ງຕັ້ງ ທ່ານ ກົງໃຈ ສີດາວົງ ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຂື້ນເປັນຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ເຫັນດີຕົກລົງແຕ່ງຕັ້ງ ທ່ານ ສັນຕິໄຊ ສີລືໄຊ ຮັກສາການຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າແຂວງຂື້ນເປັນຫົວໜ້າ ພະແນກອຸດສະຫະກໍາ ແລະການຄ້າແຂວງ ແລະ ເຫັນຕົກລົງຍົກຍ້າຍ ທ່ານ ພອນປະເສີດພອນ ທອງສີທາວົງ ຫົວ ໜ້າພະແນກກະສິກໍາແລະ ປ່າໄມ້ແຂວງໄປຮັບໜ້າທີ່ໃໝ່ເປັນຮອງປະທານແນວລາວສ້າງຊາດແຂວງ.
ຈາກນັ້ນ ໄດ້ຜ່ານມະຕິຂອງຄະປະຈໍາສະພາປະຊາຊົນແຂວງວ່າດ້ວຍຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານໍາພາ-ຄຸ້ມຄອງ ຕາມການສະເໜີ ຂອງເຈົ້າແຂວງອັດຕະປືຈໍານວນ 4 ທ່ານຢ່າງເປັນ​ທາງການ.
ຂ່າວ: ມະນີວອນ