ເພື່ອເປັນການລະນຶກເຖິງຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານການນຳພາພັກ ເນື່ອງວັນສ້າງຕັ້ງພັກປະຊາຊົນລາວຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025).
ໃນວັນທີ 21 ມີນາ 2025 ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງ ອັດຕະປື ໄດ້ຈັດໃຫ້ພີທີປະດັບຫຼຽນກາລະນຶກ 70 ປີ ໃຫ້ພະນັກງານສະມາຊິກພັກ ແຂວງອັດຕະປື ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.
ໃນພິທີໄດ້ກຽດເຂົ້າຮ່ວມ ແລະ ປະດັບຫຼຽນກາລະນຶກ ໂດຍແມ່ນ ສະຫາຍ ພົທ ວັນທອງ ກອງມະນີ ເລຂາພັກແຂວງ ເຈົ້າແຂວງ ອັດຕະປື, ມີບັນດາສະຫາຍຄະນຳຂອງແຂວງ, ພະແນກການ, ເມືອງ ແລະ ພະນັກງານບຳນານອາດີດການນຳ, ອະດີດຫົວໜ້າພະແນກການຂອງແຂວງ ແລະ ນ້ອງນັກຮຽນເຂ້າຮ່ວມຢ່າງຫຼວງ ຫຼາຍ.
ສະຫາຍ ພົທ ວັນທອງ ກອງມະນີ ເລຂາພັກແຂວງ ເຈົ້າແຂວງ ອັດຕະປື ກ່າວສັນລະເສີນໃນພິທີປະດັບຫຼຽນກາລະນຶກ 70 ປີ ໃຫ້ຮູ່ວ່າ: ຖືເປັນການຈົດຈຳຜົນງານຄຸນງາມຄວາມດີ ຂອງບັນດາສະຫາຍ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພິທີຄັ່ງນີ້ເປັນການຍ້ອງຍໍສັນລະເສີນ, ເປັນການສະແດງເຖິງຄວາມກະຕັນຍູກິນໝາກບໍ່ລືມຜູ້ປູກຜົນຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ທີ່ມີຕໍ່ບັນດາສະຫາຍ, ຜົນງານຄຸນງາມຄວາມດີ ຂອງບັນດາສະຫາຍ ທີ່ສ້າງໄວ້ຍັງຫອມຫວນ ແລະ ໄສແຈ້ງເປັ່ງປະກາຍຢູ່ໃນດວງໃຈ ຂອງພະນັກງານສະມາຊິກພັກທົ່ວແຂວງອັດຕະປື ແຕ່ລະຄົນ, ແຕ່ລະສະຫາຍ ແລະ ມັນຈະຖືກຈາລຶກໄວ້ໃນປະຫວັດ ຂອງອົງຄະນະພັກແຂວງອັດຕະປື ກໍ່ຄືໃນໜ້າປະຫວັດສາດ ຂອງຊາດລາວ ເຮົາຕະຫຼອດໄປ, ພວກເຮົາ ຜູ້ທີ່ເປັນຮຸ່ນສືບທອດຈະຮ່ຳຮຽນ ແລະ ຈົດຈໍາເອົາແບບຢ່າງຄຸນສົມບັດສິນທຳປະຕິວັດ, ຜົນງານອັນໂດດເດັ່ນ, ຄວາມເສຍສະຫຼະການທຸ້ມເທເຫື່ອແຮງ, ສະຕິປັນຍາຂອງພວກສະຫາຍ, ຄວາມຊື່ສັດບໍລິສຸດຈົ່ງຮັກພັກດີ ອັນບໍ່ມີຂອບເຂດ ແລະ ສະເໝີຕົ້ນສະເໝີປາຍ ຂອງບັນດາສະຫາຍ ໄວ້ຢ່າງຕະຫຼອດການ.
ການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (22 ມີນາ 1955- 22ມີນາ 2025) ໃຫ້ສະມາຊິກພັກ ແຂວງອັດຕະປື ມີຈຳນວນທັງໝົດ 558 ສະຫາຍ ດັ່ງນີ້: ສະມາຊິກພັກ ບຳນານ ຈຳນວນ 254 ສະຫາຍ, ຍິງ 34 ສະຫາຍ ແລະ ສະ ມາຊິກພັກ ປະຈໍາການ ຈໍານວນ 304 ສະຫາຍ, ຍິງ 31 ສະຫາຍ.
ໃນໂອກາດດຽວກັນນີ້ ສະຫາຍ ພົທ ວັນທອງ ກອງມະນີ ຕ່າງໜ້າຄະນະນຳຂອງແຂວງ ແຈ້ງຂ່າວບຸນ ສົມໂພດຫໍຫຼັກເມືອງ ຂໍເຊີນຊວນຜ່ານໄປຍັງພະນັກງານບຳ ນານອາດີດການນຳຂອງແຂວງ ສົ່ງຂ່າວເຖິງລູກຫຼານ, ພີ່ນ້ອງຊາວແຂວງອັດຕະປື ກໍຄືມວນຊົນທຸກທົ່ວໜ້າທັງພາຍໃນ ແລະ ຕ່າງປະເທດ ຈົ່ງເຂົ່າຮ່ວມງານ ພຸດທະພິເສກ ສົມໂພດຫໍຫຼັກເມືອງທີ່ແຂວງອັດຕະປື ໃນວັນທີ 27-30 ມີນາ 2025 ພ້ອມນີ້ ທ່ານ ເຈົ້າແຂວງຍັງລາຍງານສະພາບໂດຍຫຍໍ້ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນເງື່ອນໄຂປັດຈຸບັນ ແລະ ແຜນການປົດລ໋ອກສືບຕໍ່ບູລະນະການກໍ່ສ້າງພື້ນຖານໂຄງລ່າງອັນຈຳເປັນ ເພື່ອສົ່ງເສີມເປີດປະຕູສູ່ຄວາມຮຸ່ງເຮືອງທາງດ້ານການລົງທຶນ-ການຄ້າ-ການທ່ອງທ່ຽວ, ພັດທະນາເສດຖະກິດໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ, ສ້າງໃຫ້ແຂວງອັດຕະປື ມີທ່ວງທ່າພັດທະນາດີຂຶ້ນໄປເລື້ອຍໆ.
ໂດຍ: ໄພບູນ





