ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກ ທີ່ຢູ່ໃນດົງສະຫງວນ ຢູ່ເມືອງຊານໄຊ ຖືເປັນເຂດທຳມະຊາດທີ່ມີຄວາມສວຍງາມ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຂອງນັກທ່ອງທ່ຽວຢູ່ທີ່ນີ້, ມີປ່າ, ໝາກໄມ້, ສັດປ່ານາໆຊະນິດທີ່ຄວນຮຽນຮູ້.
ວັນທີ 22 ເມສາ 2025 ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງຊານໄຊ ສົມທົບກັບບໍລິສັດຜູ້ພັດທະນາອະນຸລັກປ່າແຫ່ງນີ້ໂດຍໃຕ້ການນຳພາ ຂອງ ທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ລົງເຄື່ອນໄຫວສຳຫຼວດຕົວຈິງ ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ, ປັດຈຸບັນ ດົງສະຫງວນແຫຼ່ງທ່ອງທ່ຽວແຫ່ງນີ້ແມ່ນໄດ້ຖືກພັດທະນາ ແລະ ອະນຸລັກໃຫ້ເປັນເເຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ປະຫວັດສາດໂດຍແມ່ນບໍລິສັດຄູນຊັບຈະເລີນກໍ່ສ້າງສ້ອມແປງຂົວທາງ ແລະ ຊົນລະປະທານຈຳກັດຜູ້ດຽວໄດ້ເລີ່ມລົງມືໃນການສໍາຫຼວດ ແລະ ບຸກເບີກເສັ້ນທາງເຂົ້າສູ່ສະຖານທີ່ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວໄດ້ໂດຍພື້ນຖານ ເພື່ອສ້າງເງື່ອນໄຂໃນການເຄື່ອນໄຫວສໍາຫຼວດໃນຄັ້ງນີ້ໃຫ້ສະດວກສະບາຍ ແລະ ໄດ້ລິເລີ່ມພັດທະນາອະນຸລັກແຫຼ່ງທ່ອງທ່ຽວປິ່ນອ້ອມສຳເລັດໂດຍພື້ນຖານອີກຈຳນວນໜຶ່ງ.
ແຫຼ່ງທ່ອງທ່ຽວ ຖ້ຳອະນຸລັກໃນດົງສະຫງວນ ຢູ່ເມືອງຊານໄຊ ໂດຍອີງຕາມການໃຫ້ສຳພາດຂອງ ທ່ານ ພິມສາ ຄຳມະນິວົງ ຄະນະເລຂາພັກຮາກຖານ ຮອງນາຍບ້ານດາກຮຽດ ໃຫ້ຮູ້ວ່າ: ຖ້ຳອະນຸລັກແຫ່ງນີ້ແມ່ນຢູ່ໃນເຂດດົງຫງວນພູແດງ, ຫ່າງຈາກເສັ້ນທາງໂຮຈີມິນ 1,1 ກິໂລເເມັດ ມີຊື່ເອີ້ນດັ້ງເດີມແມ່ນຖ້ຳຫ້ວຍໂປພູແດງ, ຢູ່ຈຸດດຽວກັນກັບຊາກລົດຕັງສະໄໝສົງຄາມ.
ສຳລັບການລົງເຄື່ອນໄຫວສຳຫຼວດຖ້ຳອະນຸລັກ ແມ່ນເຫັນໄດ້ເປັນສະຖານທີ່ທ່ອງທ່ຽວທີ່ສວຍງາມ ແລະ ອັດສະຈັນໃຈ, ເປັນສະຖານທີ່ທ່ອງທ່ຽວທີ່ມີການສ້າງທໍາມະຊາດທີ່ສວຍງາມ ແລະ ມີບັນຍາກາດສະຫງົບເຫມາະສົມສໍາລັບການພັກຜ່ອນ ແລະ ສໍາຜັດກັບຄວາມງາມຂອງທໍາມະຊາດ, ພາຍໃນຖໍ້າມີຫີນງອກ ແລະ ຫີນປູນທີ່ເຫລື້ອມງາມ, ສ້າງຄວາມຮູ້ສຶກທີ່ຫນ້າຕື່ນເຕັ້ນ ນອກຈາກນີ້ຍັງມີການທ່ອງທ່ຽວຖ້ໍາ ແລະ ການສຶກສາທໍາມະຊາດ.
ຕໍ່ກັບການສຳຫຼວດແຫຼ່ງທ່ອງທ່ຽວໃນຄັ້ງນີ້ ທ່ານ ເຈົ້າແຂວງອັດຕະປື ກໍ່ໄດ້ໃຫ້ການຊີ້ນຳໃນຫຼາຍຢ່າງທີ່ໜ້າສົນໃຈ ເພື່ອໃຫ້ພາກລັດ ແລະ ບໍລິສັດຜູ້ພັດທະນາຢູ່ໃນເຂດດັ່ງກ່າວ ໃຫ້ນັກທ່ອງທ່ຽວໄດ້ເດີນທາງຍ່າງປ່າໃຫ້ມີຄວາມປອດໄພ ແລະ ສະດວກແກ່ຜູ້ເດີນທາງ ເຊັ່ນ: ເສັ້ນທາງຍ່າງປ່າສຶກສາທໍາມະຊາດ, ຈັດຕັ້ງກິດຈະກໍາການອະນຸລັກທໍາມະຊາດເຊັ່ນ: ການປູກຕົ້ນໄມ້, ທໍາຄວາມສະອາດປ່າໄມ້ ແລະ ອື່ນໆ, ສະໜອງຂໍ້ມູນການທ່ອງທ່ຽວ: ສ້າງຈຸດຂໍ້ມູນຂ່າວສານເພື່ອສຶກສາກ່ຽວກັບຊີວະນາໆພັນ ແລະ ສິ່ງທີ່ນັກທ່ອງທ່ຽວຈະພົບເຫັນໃນການທ່ຽວຊົມ, ສ້າງຕັ້ງຮ້ານຂາຍອາຫານ ແລະ ເຄື່ອງທີ່ລະນຶກ: ສະໜັບສະໜູນທຸລະກິດທ້ອງຖິ່ນໂດຍການຕັ້ງບູດຂາຍອາຫານ ແລະ ເຄື່ອງທີ່ລະນຶກທີ່ຕິດພັນກັບວັດທະນະທຳທ້ອງຖິ່ນ, ຈັດການເດີນທາງສຶກສາທໍາມະຊາດ: ເຮັດວຽກກັບນັກຄົ້ນຄວ້າ ຫຼື ຜູ້ຊ່ຽວຊານໃນການຈັດການເດີນທາງ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ກ່ຽວກັບພືດ ແລະ ສັດໃນພື້ນທີ່. ນັກທ່ອງທ່ຽວ, ຜູ້ໃຫ້ບໍລິການ, ນັກສຳຫຼວດ, ນັກພັດທະນາ ແລະ ນັກຮຽນຮູ້ ຕ້ອງຄຳນຶງເຖິງການຮ່ວມມືຮ່ວມໃຈກັນຕໍ່ກັບການສະໜັບສະໜຸນຄວາມພະຍາຍາມ ໃນການອະນຸລັກ, ການສົ່ງເສີມການທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດລ້ອມໃຫ້ຍືນຍົງສືບເມືອໜ້າ ແລະປະກອບສ່ວນເຂົ້າໃນການອະນຸລັກທໍາມະຊາດໃນໄລຍະຍາວ
ໂອກາດດຽວກັນ ຍັງໄດ້ສືບຕໍ່ຢ້ຽມຊົມສະຖານທີ່ແຫຼ່ງທ່ອງທ່ຽວ ແລະ ເຂດຜະລິດກະສິກຳຕື່ມອີກ.
ໂດຍ: ໄພບູນ






