ອັດຕະປື ມີແຜນຈະສ້າງໂຄງການຊົນລະກະເສດນໍາໃຊ້ນໍ້າຈາກເຂື່ອນໄຟຟ້າຜະລິດກະສິກໍາເປັນສິນຄ້າ

ໂຄງການຊົນລະກະເສດ ແລະ ການຜະລິດກະສິກຳເປັນສິນຄ້າຢູ່ແຂວງອັດຕະປື ແມ່ນໂຄງການໜຶ່ງທີ່ຈະເປັນການປະກອບສ່ວນໃນການປັບປຸງຄວາມທົນທານດ້ານຊີວິດການເປັນຢູ່ ແລະ ຄວາມຍືນຍົງ ດ້ານການພັດທະນາເສດຖະກິດໃນທ້ອງຖິ່ນໃຫ້ຂັບເຄື່ອນຢ່າງແຂງແຮງໃນຂົງເຂດວຽກງານດ້ານການຜະລິດກະສິກໍາເຊື່ອມໂຍງກັບຕະຫລາດ ແລະ ການຜະລິດເປັນສິນຄ້າກັບກຸ່ມຊາວກະສິກອນ.
ເມື່ອບໍດົນແລ້ວນີ້ ທ່ານ ຄໍາພາດ ສຸລິນພູມີ, ຜູ້ອຳນວຍການບໍລິສັດ ຈະເລີນສະ ຫວັນ ຈໍາກັດຜູ້ດຽວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວສຶກສາໂຄງການຊົນລະກະເສດນຳໃຊ້ນ້ຳເຂື່ອນໄຟຟ້າຜະລິດກະສິກຳເປັນສິນຄ້າຢູ່ແຂວງອັດຕະປື ເຊິ່ງຮ່ວມລົງກວດກາພື້ນທີ່ໂຄງການໂດຍມີ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງ
ທ່ານ ເກັດສະໜາ ແກ້ວວິໄລວົງ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳແລະ ປ່າໄມ້ແຂວງ ອັດຕະປື ໄດ້ຕ່າງໜ້າກົມຊົນລະປະທານລາຍງານຫຍໍ້ ກ່ຽວກັບຜົນການສຶກສາ ຄວາມເປັນໄປໄດ້ຂອງໂຄງການຊົນລະກະເສດ ນໍາໃຊ້ນໍ້າລຸ່ມເຂື່ອນໄຟຟ້າ ເຊປ່ຽນ-ເຊນໍ້ານ້ອຍ, ເມືອງສາມັກຄີໄຊ ວ່າ: ຈຸດປະສົງຂອງໂຄງການ ແມ່ນຈະໄດ້ນໍາໃຊ້ນໍ້າທີ່ປ່ອຍຈາກເຮືອນຈັກ ເພື່ອຕອບສະໜອງນໍ້າໃຫ້ແກ່ພື້ນທີ່ຊົນລະປະທານໂດຍມີການກໍ່ສ້າງຄອງລະບາຍນຳໃຕ້ດິນ ແລະ ກໍ່ສ້າງອ່າງເກັບຂັງນ້ຳໃຫ້ແກ່ທົ່ງນາເຂດເມືອງສາມັກຄີໄຊ ແລະ ເມືອງ ສະໝາມໄຊ ໃຫ້ບັນດາຄົວເຮືອນໄດ້ນໍາໃຊ້ຜົນໄດ້ຮັບໂດຍການສະໜັບສະໜູນຈາກໂຄງການ ແລະ ການພັດທະນາເສດ ຖະກິດໃຫ້ທ້ອງຖິ່ນ ເພື່ອສືບຕໍ່ໃນການປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ທ້ອງຖິ່ນໄດ້ຜະລິດກະສິກຳເປັນສິນຄ້າ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ມີຊີວິດການເປັນຢູ່ທີ່ດີຂຶ້ນ.
ໃນການສຶກສາສຳຫຼວດຕົວຈິງ, ສຳລັບພື້ນທີ່ສຶກສາເບຶ້ອງຕົ້ນກວມເອົາມີ 6 ບ້ານ ຄື: ບ້ານ ລະຍາວເໜືອ, ລະຍາວກາງ, ລະຍາວໃຕ້, ບ້ານຈຳປາວ, ແຄມຊັງ ແລະ ບ້ານສະເພົາທອງ ທີ່ຕັ້ງຂອງໂຄງການ ແມ່ນຢູ່ບ້ານລະຍາວ, ເມືອງສາມັກຄີໄຊ, ແຂວງອັດຕະປື, ສວນຜົນການສຳຫຼວດໃນແຜນການສ້າງໂຄງການຊົນລະກະເສດນຳໃຊ້ນ້ຳລຸ່ມເຂື່ອນໄຟຟ້າຜະລິດກະສິກຳເປັນສິນຄ້າຢູ່ແຂວງ ອັດຕະປື ທາງພາກສ່ວນກ່ຽວ ຂ້ອງຈະໄດ້ນຳເອົາຮ່າງໂຄງການທີ່ໄດ້ຜ່ານການສຳຫຼວດດັ່ງກ່າວ ໄປປຶກສາຫາລືກັບອຳນາດການປົກຄອງທ້ອງຖິ່ນ ເພື່ອປັບປຸງແກ້ໄຂບັນດາແຕ່ລະຂັ້ນຕອນ ແລະ ຄວາມຖືກຕ້ອງທາງດ້ານມາດຕະຖານເຕັກນິກດ້ານວິຊາການຢ່າງຖືກຕ້ອງໃນຂັ້ນຕອນຕໍ່ໄປ.
Cr. ໄພບູນ




