ພິທີວາງສີລາລຶກ ໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ກໍ່ສ້າງຂົວຂ້າມນ້ຳເຊກະໝານ ຢູ່ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 13 ກັນຍາ 2025 ທີ່ເມືອງຊານໄຊ, ເປັນກຽດເຂົ້າຮ່ວມມີທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີບັນດາທ່ານການນໍາຂອງແຂວງ, ເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ສົມໄຊ ແກ້ວມະນີວັນ ຫົວໜ້າພະແນກ ຍທຂ ແຂວງອັດຕະປື ໄດ້ລາຍງານວ່າ: ໂຄງການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ກໍ່ສ້າງຂົວຂ້າມນ້ຳເຊກະໝານ ໄລຍະທາງ 135 ກິໂລແມັດ ແຕ່ບ້ານ ວັງໄຊ ໄປຫາ ບ້ານ ໜອງໄກ່ໂອກ ເມືອງຊານໄຊ (ດ່ານຟໍ1 ຊາຍແດນລາວ-ຫວຽດນາມ) ລວມມູນຄ່າການລົງທຶນ 149 ລ້ານກ່ວາໂດລາສະຫະລັດ, ການລົງທຶນກໍ່ສ້າງໃນຮູບແບບ (BOT) ຊຶ່ງແມ່ນບໍລິສັດ ດິໂດ(DEDO) ສໍາຫຼວດອອກແບບ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ຮ່ວມກັບບໍລິສັດ(DaSOL Company) ຈຳກັດຜູ້ດຽວ ( ສ.ເກົາຫຼີ ) ເປັນຜູ້ລົງທຶນຈັດຕັ້ງປະຕິບັດໂຄງການ ຕາມມາດຕະຖານເຕັກນິກຂອງການກໍ່ສ້າງເສັ້ນທາງ ແລະກໍ່ສ້າງຂົວ, ຜ່ານມາບໍລິສັດຜູ້ຮັບເໝົາ ໄດ້ມີການສຳຫຼວດອອກແບບ ກໍ່ສ້າງເສັ້ນທາງ ເບີ້ 9001, ເສັ້ນທາງເບີ້ 9065, ເສັ້ນທາງເບີ້ 9045 ເຂດຊຸມຊົນ ຈາກ 8 ແມັດ, ມາເປັນ 12 ແມັດ ໄປຕາມແລວທາງເກົ່າ, ຄວາມເນີນຍາວ 10% ເປັນເສັ້ນທາງພູດອຍ ມາດຕະຖານຮັບນ້ຳໜັກ ໄດ້ 11 ໂຕນຕໍ່ເພົາ ຕາມມາດຕະຖານທາງຫຼວງແຫ່ງຊາດ, ສຳລັບຂົວຂ້າມນ້ຳເຊກະໝານ ຈຸດບ້ານ ສຸກສະຫ່ວາງ ອອກແບບເປັນຂົວເບຕົງອັດແຫ້ງ, ມີຄວາມຍາວ 165 ແມັດ, ລວງກ້ວາງໜ້າຂົວ 10 ແມັດ, ສາມາດຮັບນ້ຳໜັກໄດ້ 10 ໂຕນ, ກຳນົດເວລາການກໍ່ສ້າງ 36 ເດືອນ ເລີ່ມແຕ່ເດືອນກັນຍາ 2025 ຫາ ເດືອນ ກັນຍາ 2028 ໃຫ້ສຳເລັດ. ເຊິ່ງພາຍຫຼັງສຳເລັດການກໍ່ສ້າງເສັ້ນທາງຫຼວງທ້ອງຖິ່ນ ແລະ ຂົວຂ້າມນ້ຳເຊກະໝານ, ບໍລິສັດຜູ້ພັດທະນາໂຄງການ ຈະໄດ້ສືບຕໍ່ເຊັນສັນຍາ ເກັບຄ່າບໍລິການນ້ຳໃຊ້ເສັ້ນທາງດັ່ງກ່າວ ກັບຄະນະກຳມະການປົກຄອງ ແຂວງອັດຕະປື ໃນໄລຍະເວລາ 50 ປີ ໃນເມື່ອຮອດກຳນົດເວລາ ບໍລິສັດ ຜູ້ພັດທະນາໂຄງການຈະໄດ້ມອບຄືນໃຫ້ຄະນະກຳມະການປົກຄອງແຂວງ ອັດຕະປື
ຂ່າວ-ພາບ: ສຸດໃຈ


