ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື ສະຫຼຸບວຽກງານບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ປະຈຳປີ 2024

Dec 11, 2024

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ປະ​ຈຳ​ປີ 2024 ແຂວງ ອັດຕະປື ໄດ້ຈັດຂຶ້ນໃນວັນທີ 11 ທັນວາ 2024 ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ ບໍລິສຸດ ພົມມະໂຄດ ຫົວໜ້າຫ້ອງການອົງການກາແດງແຂວງ ອັດຕະປື, ມີ​ບັນດາທ່ານຮອງຂະແໜງອ້ອມຂ້າງແຂວງ, ຄະນະອຳນວຍການໂຮງຮຽນທົ່ວແຂວງ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກອງປະຊຸມໄດ້ສະຫຼຸບຄືນການຈັດຕັ້ງປະຕິບັດວຽກງານວຽກງານບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ປະຈຳປີ 2024 ເຊິ່ງເຫັນໄດ້ວ່າວ່າ ຕະຫຼອດໄລຍະແຫ່ງການເຄື່ອນໄຫວໃນຜ່ານມາ ຄະນະທີມງານ, ພະນັກງານວິຊາການສູນເລືອດ ໄດ້ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ປະຕິບັດແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ ເຊິ່ງໄດ້ຫັນເອົາມະຕິ, ຄໍາສັ່ງ, ຂໍ້ກໍານົດຕ່າງໆ ທີ່ຂັ້ນເທິງວາງອອກໄປຈັດຕັ້ງປະຕິບັດເຜີຍແຜ່ໃຫ້ບັນດາພະນັກງານ, ທະຫານ, ຕໍາຫຼວດ, ອໍານາດການປົກຄອງບ້ານ ພ້ອມດ້ວຍນັກຮຽນ-ນັກສຶກສາ ໄດ້ຮັບຮູ້ເຂົ້າໃຈ ກ່ຽວກັບພາລະບົດບາດຄວາມໝາຍ ຄວາມສໍາຄັນຂອງວຽກງານບໍລິຈາກເລືອດ ສາມາດບໍລິຈາກເລືອດໄດ້ຕາມ​ແຜນການ (ທັງໝົດ 830 ຖົງ)
ທຽບໃສ່ແຜນການປະຕິບັດຂອງສະຖາບັນເລືອດແຫ່ງຊາດ ໄດ້ປະສົບຜົນສຳເລັດ 90% ຂອງຄວາມຕ້ອງການຜະລິດຕະພັນເລືອດທົ່ວປະເທດ, ມີຈຳນວນເຂົ້າຮ່ວມປຸກລະດົມບໍລິຈາກເລືອດ 2,070 ຄົນ, ຍິງ 1,023 ຄົນ, ສຳລັບໃນປີ 2024 ມີຜູ້ໄດ້ຮັບຜົນປະໂຫຍດນຳໃຊ້ເລືອດຕົວຈິງພາຍໃນແຂວງ 761 ຖົງ, ສົ່ງໃຫ້ຕ່າງແຂວງ 15 ຖົງ ແລະ ຮັບຈາກຕ່າງແຂວງ 28 ຖົງ, ກອງປະຊຸມ ຜູ້ເຂົ້າຮ່ວມ ກໍ່ໄດ້ປະກອບຄໍາຄິດເຫັນ ເພື່ອເປັນການປັບປຸງລະບົບການຊີ້ນໍາໆພາຂອງຄະນະກໍາມະການແຕ່ລະຂັ້ນ ໃຫ້ມີຄຸນນະພາບດີຂື້ນກວ່າເກົ່າ ໂດຍແຜນການເຄື່ອນໄຫວ ປີ 2025 ຈະໄດ້ເນັ້ນ ການໂຄສະນາ ປຸກລະດົມບັນດາກົມກອງ, ອົງການຈັດຕັ້ງຕ່າງໆທົ່ວແຂວງ ໃຫ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ ການເຄື່ອນໄຫວບໍລິຈາກເລືອດ, ໃຫ້ຮູ້ເຖິງຄວາມໝາຍຄວາມສໍາຄັນຂອງການບໍລິຈາກເລືອດປອດໄພ ເຊິ່ງຈະສູ້ຊົນເຄື່ອນໄຫວຮັບບໍລິຈາກເລືອດ ຄາດຄະເນໃນທົ່ວແຂວງໃຫ້ໄດ້ 850 ຖົງ. ແຕ່ແນວໃດກໍຕາມ ສຳ​ລັບປີ 2025 ທ່ານ ດຣ ບໍລິສຸດ ພົມມະໂຄດ ຫົວໜ້າຫ້ອງການອົງການກາແດງແຂວງ ອັດຕະປື ຂໍຮຽກຮ້ອງໃຫ້ຄະນະກຳມະການສົ່ງເສີມການບໍລິຈາກເລືອດ ຕາມຂໍ້ຕົກລົງເຈົ້າແຂວງ ເລກທີ 1339/ຈຂອປ, ລົງວັນທີ 14 ຕຸລາ 2024 ຕ້ອງສຸມ​ໃສ່​ສືບ​ຕໍ່​ໃຫ້ການຮ່ວມມື, ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ວຽກງານສູນ​ເລືອດ ໃຫ້ມີທ່ວງທ່າທີ່​ແຂງແຮງ, ຊຸກຍູ້​ການ​ຮ່ວມ​ມື​ກັບ​ອົງການ​ຈັດຕັ້ງທັງ​ພາຍ​ໃນ ແລະ ຕ່າງປະເທດ ຢ່າງກວ້າງຂວາງ, ຍູ້ແຮງການປະຕິບັດວຽກງານບໍລິຈາກເລືອດ ໄດ້ບັນລຸຕາມເປົ້າໝາຍທີ່ໄດ້ກໍານົດໄວ້, ຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັ່ງຄົມ ເຂົ້າຮ່ວມການບໍລິຈາກເລືອດແບບສະໝັກໃຈ ເພື່ອປະກອບເຂົ້າໃນວຽກງານສົ່ງເສີມສຸຂະພາບຄົນເຈັບຂາດເລືອດ, ການສະໜອງເລືອດປອດໄພ ເຂົ້າໃນການແກ້ໄຂບັນຫາທາງດ້ານການແພດ, ການຜ່າຕັດ, ຊ່ວຍແມ່ ແລະ ເດັກ, ເດັກນ້ອຍທີ່ຂາດເລືອດ, ຄົນເຈັບເກີດອຸປະຕິເຫດ ແລະ ການປິ່ນປົວພະຍາດອື່ນໆ ທີ່ມີຄວາມຕ້ອງການເລືອດໃຫ້ທ່ວງທັນກັບສະພາບກະທັນຫັນດີກວ່າເກົ່າ.
ໃນໂອກາດດຽວກັນຍັງໄດ້ມີການມອບໃບຍ້ອງຍໍເຈົ້າແຂວງ ໃຫ້ກົມກອງ ແລະ ບຸກຄົນທີ່ໄດ້ມີຜົນງານການປະກອບສ່ວນ ໃນການເຕົ້າລວມຂະບວນການບໍລິຈາກເລືອດຜ່ານມາຢ່າງສົມກຽດອີກດ້ວຍ.
ທີ່ມາ: ຂ່າວສານອອນລາຍ ອັດຕະປື