ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື ເຊັນ (MOU) ສຶກສາສວນອຸທິຍານຄົບວົງຈອນ ຕິດພັນແຫຼ່ງທ່ອງທ່ຽວແຫ່ງໃໝ່

Apr 10, 2024

ອັດຕະປື ເຊັນບົດບັນທືກຄວາມເຂົ້າໃຈ (MOU) ກຽມສືກສາສຳຫຼວດຄວາມເປັນໄປໄດ້ ໃນໂຄງການສໍາປະທານເນື້ອທີ່ດິນ ພັດທະນາສວນວັດທະນະທຳບັນດາເຜົ່າ, ສວນນໍ້າຄົບວົງຈອນ (ສວນອຸທິຍານຄົບວົງຈອນ ຕິດພັນແຫຼ່ງທ່ອງທ່ຽວແຫ່ງໃໝ່) ເຂດດົງຫົວຊ້າງ ບ້ານໄຊສີ ເມືອງໄຊເສດຖາ, ພັດທະນາສວນສາທາລະນະ ຕິດພັນກັບການບໍລິການ ຢູ່ແຄມຝັ່ງແມ່ນໍ້າເຊກອງ ເມືອງສາມັກຄີໄຊ ແລະ ໂຄງການປູກກາເຟ, ປູກມອນລ້ຽງມ້ອນ ເຂດເມືອງຊານໄຊ
ແລະ ເມືອງສະໜາມໄຊ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໄດ້ຈັດຂຶ້ນໃນວັນທີ 9 ເມສາ 2024 ທີ່ພະແນກແຜນການ ແລະ ການລົງທຶນ ລະຫວ່າງ​ ອົງການປົກຄອງແຂວງ ຮ່ວມກັບ ວິສາຫະກິດ ສ່ວນບຸກຄົນ ເດິປາຊີຟິກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເຈົ້າແຂວງ ອັດຕະປື, ມີຄະນະນຳ, ມີວິຊາການກ່ຽວຂ້ອງຝ່າຍອົງການປົກຄອງແຂວງ ແລະ ວິສາຫະກິດ ເຂົ້າຮ່ວມ.
ໃນການເຊັນບົດບັນທືກຄວາມເຂົ້າໃຈ (MOU) ເພື່ອກະກຽມສຶກສາສຳຫຼວດຄວາມເປັນໄປໄດ້ໃນໂຄງການນີ້ ຈະໄດ້ສົມທົບກັບຂະແໜງການກ່ຽວຂ້ອງໃຫ້ເປັນຢ່າງດີ ແລະ ມີຄວາມເປັນເອກະພາບໃນທຸກຂັ້ນຕອນຂອງລັດວາງອອກຢ່າງເຂັ້ມງວດ ຈາກນັ້ນ​ ພິທີກໍ່ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນລະຫ່າງຕ່າງໜ້າອົງການປົກຄອງແຂວງ ມີ ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ທອງສະຫວັດ ສິດທິຈັກ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້, ທ່ານ ບຸນປອນ ອ່ອນໄຊວຽງ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ທ່ານ ຂັນທອງ ຈະເລີນສຸກ ຮອງເຈົ້າເມືອງສາມັກຄີໄຊ, ທ່ານ ສີໄລ ສີສະແຫວງສຸກ ເຈົ້າເມືອງໄຊເສດຖາ ແລະ ຝ່າຍຜູ້ປະກອບການໂດຍແມ່ນ ທ່ານ ນາງ ກິ່ງສຸດາ ມີ່ງສະໜອນ ອຳນວຍການວິສາຫະກິດ ສວນບຸກຄົນເດີຊີພິກ ແລະ ມີການນໍາ​ແຂວງ,​ ການນໍາ​ພະແນກ​ການທີ່​ກ່ຽວຂ້ອງ​ຂອງແຂວງ ແລະ ຜູ້ປະກອບການທຸລະກິດ ເຂົ້າຮ່ວມ​ເປັນສັກຂີພະຍານ.​
ຈຸດປະສົງໃນການເຊັນບົດບັນທຶກຄັ້ງນີ້​ ກໍ່ເພື່ອດໍາເນີນການຮ່ວມມືສໍາຫຼວດອອກແບບຄວາມເປັນໄປໄດ້ ແລະ ກ້າວສູ່ການລົງທຶນພັດທະນາໂຄງການ ເພື່ອສ້າງແຂວງອັດຕະປື ກາຍເປັນສູນກາງດ້ານການທ່ຽວທຳມະຊາດ​-ວັດທະນະທຳຕິດພັນກັບການອະນຸລັກສິ່ງແວດລ້ອມ, ການຜະລິດທາງກະສິກຳຂ້ອນຂ້າງສູງ ແລະ ການບໍລິການຢູ່ແຄມຝັ່ງສາຍນ້ຳເຊກອງ ເຊື່ອໝັ້ນວ່າ ບໍລິສັດ ຈະພັດທະນາຕາມຕາມເຈດຈຳນົງນັ້ນຈະສືບຕໍ່ພັດທະນາໂຄງການສຳເລັດຕາມເປົ້າໝາຍຖ້າຜົນການສຳຫຼວດອອກມາໃນທາງບວກ.


ຂ່າວ: ໄພບູນ ຂ.ອັດຕະປື