ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕະປື ໄຂກອງປະຊຸມໃຫຍ່ ອົງຄະນະພັກ ເມືອງສາມັກຄີໄຊ ຄັ້ງທີ VII

Jan 21, 2025

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ເມືອງສາມັກຄີໄຊ ແຂວງອັດຕະປື ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ່ 21 ມັງກອນ 2025 ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍມີສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ທອງຈັນ ໂຂງພູມຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ຮອງເລຂາຄະນະພັກແຂວງ, ພ້ອມດ້ວຍ ແຂກທີ່ຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 117 ສະຫາຍ, ຍິງ 22 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ ຈຳນວນ 1,930 ສະຫາຍ ໃນທົ່ວເມືອງ.
ໃນກອງປະຊຸມໃຫຍ່ ສະຫາຍ ເພັດມີໄຊ ຄຳພັກດີ ຄະນະປະຈຳພັກແຂວງ, ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງສາມັກຄີໄຊ ໄດ້ກ່າວໄຂກອງປະຊຸມຄັ້ງນີ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ໄດ້ຍົກໃຫ້ເຫັນຜົນງານ ແລະ ໄຊຊະນະໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XI, ຄັ້ງທີ XI ຂອງແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງຢ່າງມີປະສິດທິຜົນ ທີ່ອົງຄະນະພັກເມືອງຍາດມາໄດ້ໃນຕະຫຼອດໄລຍະ 5 ປີຜ່ານມາ ພ້ອມນັ້ນ ຜູ້ແທນກອງປະຊຸມ ຈະໄດ້ປະກອບຄວາມເຫັນ ແລະ ພິຈາລະນາຮັບຮອງເອົາຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ພ້ອມທັງດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນທີ່ວາງໄວ້ໃຫ້ສຳເລັດຜົນ ແລະ ຈະໄດ້ຄັດເລືອກເອົາຜູ້ແທນສົມບູນ ຕາງໜ້າອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII.
ສະຫາຍ ເພັດມີໄຊ ຄຳພັກດີ ຍັງກ່າວຕື່ມວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ມີຄວາມໝາຍຄວາມສຳຄັນທີ່ສຸດ ທັງມີບົດບາດຕັດສິນອານາຄົດ ກໍຄືທິດທາງກ້າວເດີນ ຂອງເມືອງໃນຕໍ່ໜ້າ ດັ່ງນັ້ນຈິ່ງເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ ແທນກອງປະຊຸມທຸກສະຫາຍຈົ່ງພ້ອມກັນເປັນເຈົ້າການເຊີດຊູຄວາມຮັບຜິດຊອບໃຫ້ສູງຂຶ້ນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ດຳເນີນໄປດ້ວຍເນື້ອໃນອັນເລີກເຊິ່ງ ແລະ ມີຜົນສຳເລັດອັນຈົບງາມ ເຊິ່ງໃນກອງປະຊຸມໃຫຍ່ຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ຮັບຟັງ ການຜ່ານຮ່າງລາຍງານການເມືອງທັງສອງພາກ, ແຜນພັດທະນາເສດຖະ ກິດ-ສັງຄົມ, ຮັບຟັງການປະກອບຄຳເຫັນຈາກຕົວແບບຕ່າງໆ ແລະ ກອງປະຊຸມແມ່ນຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈິ່ງສຳເລັດ.
ໂດຍ: ສາຍນ້ຳເຊກອງ