ອັດຕາການຄາດຄະເນຄົນເປັນພະຍາດວັນນະໂລກຢູ່ແຂວງສະ ຫວັນນະເຂດ ແມ່ນ 130 ຄົນຕໍ່ 1 ແສນຄົນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນໂຄງການສະໜັບສະ ໜູນຊຸມຊົນມີສ່ວນຮ່ວມ ເພື່ອບັນລຸຍຸດທະສາດ ຢຸດຕິພະຍາດ ວັນນະໂລກ ທີ່ແຂວງສະຫວັນນະເຂດ ລະຫວ່າງພະແນກສາທາ ລະນະສຸກ ແຂວງສະຫວັນນະເຂດ ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ, ອົງການມະນຸດສະທໍາເພື່ອຄົນສູ່ຄົນຈັດຂຶ້ນໃນວັນທີ 27 ມີນາ 2025 ທີ່ຫ້ອງວ່າການແຂວງສະຫວັນນະເຂດ ເປົ້າໝາຍກໍເພື່ອໃຫ້ຊຸມຊົນໃນເຂດໂຄງການ ຮູ້ໄດ້ການປ້ອງກັນ, ຫລຸດຜ່ອນ ແລະ ກ້າວໄປເຖິງການຢຸດຕິການແຜ່ພະຍາດວັນນະໂລກໃນຕໍ່ໜ້າ ພ້ອມກັນປະຕິບັດ ໃຫ້ບັນລຸຕາມເປົ້າໝາຍ ຢຸດຕິການແຜ່ພະຍາດວັນນະໂລກ ພາຍໃນປີ 2030.
ແຂວງສະຫວັນນະເຂດ ເປັນແຂວງທີ່ມີຈຳນວນປະຊາກອນຫລາຍກວ່າໝູ່ໃນ ສປປ ລາວ ເຊິ່ງມີປະຊາກອນ 1,1 ລ້ານກວ່າຄົນ. ທົ່ວແຂວງມີ 14 ເມືອງ, 1 ນະຄອນ, 84% ຂອງຈໍານວນບ້ານແມ່ນຕັ້ງຢູ່ໃນເຂດຊົນນະບົດ ໃນນັ້ນ, 16% ມີເສັ້ນທາງເຂົ້າໄປເຖິງບ້ານຍາກ. ໃນປີ 2024 ແຂວງສະຫວັນນະເຂດ ໄດ້ຄາດຄະເນອັດຕາການຄົນເປັນພະຍາດວັນນະໂລກ 130 ຄົນ ຕໍ່ 1 ແສນປະຊາກອນ, ມີອັດຕາການປິ່ນປົວກວມເອົາ 81%, ກໍລະ ນີສູນຫາຍປະມານ 279 ຄົນ ທີ່ເປັນພະຍາດວັນນະໂລກ. ມີພຽງ 81% ຂອງຄົນເຈັບວັນນະໂລກ ໄດ້ກວດຫາເຊື້ອຮ່ວມເຮັສໄອວີ ແລະ 24 ຄົນ ແມ່ນບົ່ງມະຕິມີຕິດເຊື້ອຮ່ວມພະຍາດວັນນະໂລກ ແລະ ເຮັສໄອວີ, ນອກຈາກນີ້ ມີ 8 ຄົນ ທີ່ເປັນວັນນະໂລກດື້ຢາ ໃນປີ 2024 ແລະ ໄດ້ເສຍຊີວິດ 1 ຄົນ. ລວມທັງໝົດ 97% ຂອງຄົນໄດ້ປິ່ນປົວ ວັນນະໂລກສໍາເລັດ, ມີ 1,5% ເສຍຊີວິດ ແລະ 1,5% ສູນຫາຍຈາກການຕິດຕາມການກິນຢາ ແລະ ກໍລະນີການປິ່ນປົວບໍ່ສໍາເລັດ.
ຕາງໜ້າລົງນາມໂດຍທ່ານ ດຣ. ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ແລະ ທ່ານ ວຽງອາຄອນ ສຸລິໂຍ ຜູ້ອໍານວຍການສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ແລະ ທ່ານ ໂອເລ້ ທອຍ ແອນດິເຊັນ (Ole Tolt ANDEESEN) ຈາກອົງການມະນຸດສະທໍາເພື່ອຄົນສູ່ຄົນ.



