ໃນການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດ ທີ IX ຕອນບ່າຍວັນທີ 6 ທັນວາ 2024, ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກ ສາທິການ ແລະ ກິລາ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍການສຶກສາ ສະບັບປັບ ປຸງ ສະບັບປີ 2015 ເຊິ່ງເປັນກົດໝາຍແມ່ຂອງຂະແໜງການສຶກສາທິການ ແລະ ກິລາ ຖືກນຳໃຊ້ມາເປັນເວລາເກືອບ 9 ປີ ເຫັນວ່າຍັງບໍ່ທັນຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະ ນາຊັບພະຍາກອນມະນຸດແຫ່ງຊາດ ແລະ ແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ; ຍັງມີບາງພາກ, ໝວດ ແລະ ມາດຕາ ຄວນໄດ້ຮັບການປັບປຸງຄືນໃໝ່ ເພື່ອໃຫ້ມີຄວາມກົມກຽວ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍອາຊີວະສຶກສາ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍອື່ນທີ່ກ່ຽວຂ້ອງ.
ທ່ານ ພຸດ ສິມມາລາວົງ ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ ແລະ ບາງຂໍ້ຄົງຄ້າງຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່ວວ່າ: ການກຳນົດເອົາການສຶກສາພາກບັງຄັບ ເປັນການສຶກສາບໍ່ໄດ້ເສຍຄ່າໃນສະຖານການສຶກສາຂອງລັດ, ໃນພາກປະຕິບັດຕົວຈິງ ໂຮງຮຽນຂອງລັດຍັງຂາດເຂີນງົບປະມານ ແລະ ມີບາງໂຮງຮຽນ ມີຄວາມຈຳເປັນຕ້ອງໄດ້ລະດົມການປະກອບສ່ວນຈາກຜູ້ປົກຄອງ ເພື່ອມາຮັບໃຊ້ໃຫ້ແກ່ການຮຽນ-ການສອນ; ອັດຕາການປະລະຂອງຄູ ແລະ ນັກຮຽນ ໃນການສຶກສາພາກບັງຄັບ ເພີ່ມຂຶ້ນໃນປັດຈຸບັນ ສາເຫດຕົ້ນຕໍແມ່ນມາຈາກສະພາບເສດຖະກິດ, ຄວາມຮັບ ຜິດຊອບຂອງຄອບຄົວ ແລະ ສັງຄົມ; ງົບປະມານແຫ່ງລັດທີ່ກຳນົດໃຫ້ຂະແໜງສຶກສາທິການ ແລະ ກິລາ ຈົນບັນລຸ 18% ຂອງລາຍຈ່າຍງົບປະມານຂອງລັດຂຶ້ນໄປ,
ນອກຈາກນີ້, ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ທັນບັນລຸຕາມຄາດໝາຍທີ່ວາງໄວ້; ກອງທຶນສົ່ງເສີມການສຶກສາທີ່ໄດ້ກຳນົດໄວ້ໃນກົດໝາຍ ໃນມາດຕາ 59 ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້; ສະພາທີ່ປຶກສາການສຶກສາ ຍັງບໍ່ທັນໄດ້ຮັບການຈັດຕັ້ງຢ່າງຄົບຖ້ວນ, ຈັດຕັ້ງໄດ້ພຽງບາງຂະແໜງການ; ການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການສຶກສາ ໃຫ້ແກ່ຂະແໜງການອື່ນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດຢ່າງກວ້າງຂວາງ; ຄວາມຮັບຜິດຊອບຂອງພໍ່ແມ່ ຫຼື ຜູ້ປົກຄອງ ໃນມາດຕາ 69 ໃນການຊຸກຍູ້ ແລະ ສົ່ງເສີມໃຫ້ລູກຫຼານຂອງຕົນໄດ້ເຂົ້າຮຽນຕາມເກນອາຍຸ ຍັງບໍ່ທັນໄດ້ເອົາໃຈໃສ່ເທົ່າທີ່ຄວນ; ຄວາມຮັບຜິດຊອບຂອງບຸກຄະລາກອນ, ຄູ, ພະນັກງານວິຊາການ, ສະຖານການສຶກສາ, ການຈັດຕັ້ງ, ທ້ອງຖິ່ນ ແລະ ສັງຄົມ ຕໍ່ການຈັດຕັ້ງປະຕິບັດສິດ, ໜ້າທີ່ ແລະ ພັນທະຂອງຕົນ ຍັງບໍ່ທັນໄດ້ປະຕິ ບັດຢ່າງເຂັ້ມງວດເທົ່າທີ່ຄວນ.

See insights and ads
Boost post
Like
Comment
Send
Share


