ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັດຕາເງິນເຟີ້ ຢູ່ ສປປ ລາວ ສືບຕໍ່ຫລຸດລົງ ໃນແຕ່ລະເດືອນ

May 30, 2025

ຕາມການລາຍງານຂອງ ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ (ທຫລ) ເມື່ອບໍ່ດົນນີ້ວ່າ: ອັດຕາເງິນເຟີ້ ໃນເດືອນພຶດສະພາ 2025 ຫລຸດລົງ 8,3%, ໃນຂະນະທີ່ ເດືອນເມສາ ຢູ່ລະດັບ 11,1% ແລະ ເດືອນມີນາ ອັດຕາເງິນເຟີ້ 11,2%.
ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ທຫລ ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນ ຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ຢູ່ໃນຂອບບໍ່ເກີນ ±6,5% ທຽບໃສ່ອັດຕາແລກປ່ຽນອ້າງອີງ ແລະ ສືບຕໍ່ເກັບຊື້ເງິນຕາຕ່າງປະເທດ ຈາກພາກສ່ວນຕ່າງໆ ໂດຍສະເພາະ ຜູ້ສົ່ງອອກ ແລະ ຜູ້ລົງທຶນໂດຍກົງຈາກຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃຫ້ຄັງສຳຮອງເງິນຕາຕ່າງປະເທດ ແລະ ຮອງຮັບໃຫ້ການດັດສົມສິນຄ້າບຸລິມະສິດຈໍາເປັນ. ມາຮອດທ້າຍເດືອນເມສາ 2025 ມີບໍລິສັດມາຂໍອະນຸຍາດນໍາໃຊ້ເງິນຕາຕ່າງປະເທດ ຈໍານວນ 7 ບໍລິສັດ. ໃນນັ້ນ, ບໍລິສັດ ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ເງິນຕາຕ່າງປະເທດ ມີ 5 ບໍລິສັດ. ທຫລ ໄດ້ອອກໜັງສືຢັ້ງຢືນ ເພື່ອເປີດບັນຊີເງິນຝາກສະເພາະກ່ຽວກັບການນໍາເຂົ້າ-ສົ່ງອອກ ໃຫ້ບໍລິສັດນໍາເຂົ້າ-ສົ່ງອອກຈຳນວນ 5.277 ບໍລິສັດ. ໃນນີ້, ມີ 3.429 ເທື່ອບໍລິສັດ ໄດ້ເປີດ ແລະ ຫັນບັນຊີສະເພາະທັງໝົດ 10.308 ບັນຊີ ຢູ່ 29 ທະນາຄານ. ພ້ອມກັນນີ້, ຍັງໄດ້ປະສານສົມທົບກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກວດກາກັບທີ່ບັນດາຮ້ານຂາຍເຄື່ອງວັດສະດຸກໍ່ສ້າງ ແລະ ຮ້ານແລກປ່ຽນເງິນຕາ ທີ່ບໍ່ໄດ້ຮັບອະນຸຍາດ ຢູ່ ນະຄອນຫລວງວຽງຈັນ.
ພ້ອມນີ້, ທຫລ ຍັງສຸມໃສ່ຮັກສາສະຖຽນລະພາບທາງດ້ານລາຄາ ກໍຄື ອັດຕາເງິນເຟີ້ ໂດຍໄດ້ຄົ້ນຄວ້າ ແລະ ນໍາໃຊ້ບັນດາເຄື່ອງມືນະໂຍບາຍເງິນຕາ ເພື່ອຄວບຄຸມປະລິມານເງິນ ໃນຂອດຈໍລະຈອນ(M2) ໃຫ້ຢູ່ໃນລະດັບ ທີ່ແທດເໝາະກັບສະພາບເສດຖະກິດ, ສະແດງອອກຄື: ສືບຕໍ່ຮັກສາອັດຕາດອກເບ້ຍພື້ນຖານ ຂອງ ທຫລ ສະກຸນເງິນກີບ ໄລຍະບໍ່ເກີນ 7 ວັນ ໄວ້ໃນລະດັບເດີມຄື 10% ຕໍ່ປີ, ຮັກສາອັດຕາສ່ວນເງິນແຮຝາກບັງຄັບໄວ້ໃນລະດັັບເດີມຄື ສະກຸນເງິນກີບລະດັບ 8% ແລະ ສະກຸນເງິນຕາຕ່າງປະເທດຢູ່ລະດັບ 11%; ຮັກສາໂຄງປະກອບເງິນແຮຝາກບັງຄັບສະກຸນເງິນກີບ ທີ່ເປັນພັນ ທະບັດ ຢູ່ລະດັບເດີມຄື 10%; ໄດ້ຊຸກຍູ້ຕະຫລາດເປີດ ໃຫ້ມີການເຄື່ອນໄຫວຫລາຍຂຶ້ນ ໂດຍສືບຕໍ່ການອອກພັນທະບັດ ທຫລ ໄລຍະ 7 ວັນ, 3 ເດືອນ ແລະ 6 ເດືອນ ເພື່ອດັດປັບສະພາບຄ່ອງສ່ວນເກີນຂອງທະນາຄານທຸລະກິດ ດ້ວຍກົນໄກປະມູນ ເຮັດໃຫ້ຍອດເຫລືອປັດຈຸບັນ ມີທັງໝົດ 7.695,15 ຕື້ກີບ.
ຂໍ້ມູນ-ພາບ: ທຫລ
May be an image of ‎1 person and ‎text that says '‎የወክአሊችን สปป สปปรย פוב BANK POF OF THE LAO ทะมาลาม لن สปป ลาอ BANK OFTFLAO LAOPDR LAO PDR OF‎'‎‎