ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັນເຊີນຮູບຫຼໍ່ ປະທານ ໄກສອນ ພົມວິຫານ ປະດິດສະຖານຢູ່ຫໍຜາສາດທີ່ເມືອງຄູນຄຳ

Nov 5, 2024

ວັນທີ 25 ຕຸລາ 2024 ເມືອງຄູນຄຳ ແຂວງຄໍາມ່ວນ ໄດ້ຈັດພິທີອັນເຊີນຮູບຫຼໍ່ເຄິ່ງຄີງຂອງ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ມາປະດິດ ສະຖານໄວ້ທີ່ອະນຸສາວະລີ ປະທານໄກສອນ ພົມວິຫານ ຢູ່ຫ້ອງວ່າການ ປົກຄອງເມືອງຄູນຄຳ. ມີ ທ່ານ ນາງ ບັງອອນ ໄຊຍະສິດ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍ ການຈັດຕັ້ງເມືອງ, ບ້ານ ແລະ ປະຊາຊົນຊາວເມືອງຄູນຄຳເຂົ້້າຮ່ວມ.
ໃນພິທີດັ່ງກ່າວ ໄດ້ມີພິທີໃສ່ບາດ ຕາມຮີດຄອງປະເພນີອັນດີງາມຂອງປວງຊົນລາວ ແລະ ໄດ້ມີພິທີແຫ່ ຮູບຫຼໍ່ເຄິ່ງຄີງຈາກຫ້ອງວ່າການປົກຄອງເມືອງຄູນຄຳ ຫາ ອາ ນຸສອນ ປະທານໄກສອນ ພົມວິຫານ ເປັນໄລຍະທາງ 500 ກວ່າແມັດ ແລະ ໄດ້ແຫ່ອ້ອມອານຸສາວະລີທີ່ທ່ານຈະປະທິດສະຖານຈຳນວນ 03 ຮອບ.
ຈາກນັ້ນໄດ້ອັນເຊີນຮູບຫຼໍ່ເຄີ່ງຄີງຂອງປະ ທານ ໄກສອນ ພົມວິຫານ ຂຶ້ນປະດິດສະ ຖານຢູ່ໃນຫໍຜາສາດ ພາຍໃຕ້ຄວາມປະຕິຍິນດີຂອງປະຊາຊົນເມືອງຄູນຄຳບັນດາ ເຜົ່າ, ພາຍຫຼັງທີ່ໄດ້ອັນເຊີນຮູບຫຼໍ່ເຄິ່ງຄີງຂອງທ່ານ ປະທານ ໄກສອນ ພົມວິຫານ ຍັງໄດ້ຮັບຟັງການກ່າວສະດຸດີ ຈາກຄະນະຮັບຜິດຊອບອານຸສອນສະຖານ ຕື່ມອີກ.
ທີ່ມາ: Khammouane News