ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອັບເດດຕາຕະລາງແລ່ນລົດໄຟໃໝ່ ແລະ ເພີ່ມຖ້ຽວລົດໄຟ EMU C92/1 ເລີ່ມຕັ້ງແຕ່ວັນທີ 22 ມັງກອນ 2024 ເປັນຕົ້ນໄປ

Jan 22, 2024

ເຖິງຜູ້ໂດຍສານທຸກທ່ານ:
ບໍລິສັດລົດໄຟລາວ-ຈີນ ໄດ້ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ, ເພື່ອໃຫ້ມີລົດໄຟໃຊ້ພຽງພໍສຳລັບງານມະຫາກຳທ່ອງທ່ຽວອາຊຽນ ແລະ ເທດສະການທີ່ສຳຄັນອື່ນໆຂອງຊາດ ຮອງຮັບຜູ້ໂດຍສານທັງພາຍໃນ-ຕ່າງປະເທດໃນປີທ່ອງທ່ຽວລາວ 2024ນີ້, ພວກເຮົາຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໄປ-ກັບ 1 ຄູ່, ຈິ່ງເຮັດໃຫ້ປະຈຸບັນມີຖ້ຽວລົດໄຟໃຫ້ບໍລິການແກ່ປະຊາຊົນເຖິງ 12 ຖ້ຽວ/ມື້, ເຊິ່ງຈະເລີ່ມດຳເນີນການແຕ່ວັນທີ 22 ມັງກອນ 2024 ນີ້ເປັນຕົ້ນໄປ.
May be an image of train and text