ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາຈານ ບຸນມາ ໂພທິລາດ ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄັ້ງທີ 6

Sep 10, 2025

ຄະນະກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຣາຊະອານາຈັກໄທ ພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະ ພົບປະກັບຜູ້ແທນລະດັບສູງຂອງກະຊວງສຶກສາທິການ ແລະ ກິລາຂອງລາວ ເພື່ອຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ແລະ ຊີ້ແຈງການຈັດພິທີພຣະຣາດຊະທານລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄັ້ງທີ 6 ໃນຕອນບ່າຍວັນທີ 8 ກັນຍາ 2025 ທີ່ສະຖານທູດໄທປະຈໍາລາວ ຢູ່ນະຄອນຫຼວງວຽງຈັນ. ທ່ານນາງ ເບັນຈະລັກ ຄະນະກໍາມະການ ຜູ້ຈັດການສໍານັກງານມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ແຫ່ງປະເທດໄທ ໄດ້ລາຍງານການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ລາວຂອງມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີວ່າ: ໃນໂອກາດທີ່ສົມເດັດພຣະກະນິຖາທິລາດເຈົ້າ ກຣົມສົມເດັດພະເທບລັດຕະນະຣາຊະສຸດາ ສະຍາມບໍລົມຣາຊະກຸມາລີ ມີພະຊົນມາຍຸຄົບຮອບ 60 ພັນສາ ໃນປີນີ້, ສໍານັກງານເລຂາທິການຄຸຣຸສະພາ ແລະ ກະຊວງສຶກສາທິການຂອງໄທຮ່ວມກັບຜູ້ປະຕິບັດງານດ້ານການສຶກສາໄດ້ຂໍພະຣາຊະທານຈັດຕັ້ງລາງວັນລະດັບນາໆຊາດ ເພື່ອສະເຫຼີມພະກຽດ ແລະ ພະປີຊາດ້ານການສຶກສາ ໂດຍຫດ້ສົ່ງເສີມການສຶກສາໃຫ້ແກ່ເດັກ ແລະ ເຍົາວະຊົນໃນລະດັບຕ່າງໆມາໂດຍຕະຫຼອດ ໂດຍສະເພາະເດັກ, ເຍົາວະຊົນຜູ້ດ້ອຍໂອກາດໃນທ້ອງຖິ່ນຫ່າງໄກສອກຫຼີກ ລວມເຖິງຄວາມສໍາຄັນຂອງການເປັນຄູ 4 ໄດ້ແກ່ຄວາມຮູ້ຮອບຕົວ, ການສອນດີ, ມີຄຸນນະທໍາ, ມີຈັນຍາບັນ ແລະ ມຸ່ງໝັ້ນພັດທະນາ, ເພື່ອເຊີດຊູກຽດໃຫ້ຄູຜູ້ທີ່ເສຍສະຫຼະ, ອຸທິດຕົນ ແລະ ມີຜົນງານທີ່ສົ່ງຜົນຕໍ່ການປ່ຽນແປງຊີວິດຂອງນັກຮຽນນັກສຶກສາໃຫ້ມີວິໄນ, ມີຄຸນສົມບັດ, ມີຄວາມຮູ້ຄວາມສາມາດ ເພື່ອສ້າງສາ ແລະ ພັດທະນາປະເທດຊາດໃນອະນາຄົດ, ເປັນການຊຸກຍູ້ສົ່ງເສີມອາຊີບຄູ, ສ້າງເຄືອຂ່າຍຂອງຄູທີ່ມີຜົນງານດີເດັ່ນ ແລະ ເປັນແບບຢ່າງທີ່ດີໃນການຈັດຕັ້ງປະຕິບັດ.
May be an image of 8 people
ອາຈານ ບຸນມາ ໂພທິລາດ ຜູ້ອຳນວຍການໂຮງຮຽນ ມັດທະຍົມສຶກສາສົມບູນ ຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນຄູຄົນທີ 6 ຂອງລາວ ທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄັ້ງທີ 6 ຊຶ່ງຈະຈັດຂຶ້ນໃນວັນທີ 15 ຕຸລາ 2025 ທີ່ກຸງເທບມະຫານະຄອນ ປະເທດໄທ ໄດ້ສະແດງຄວາມຮູ້ສຶກຂອງຕົນວ່າ: ຮູ້ສຶກເປັນກຽດ ແລະ ດີໃຈຫຼາຍ ທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີຄັ້ງນີ້, ຕະຫຼອດໄລຍະການເປັນຄູ ຕົນເອງໄດ້ອຸທິດທຸກເຫື່ອແຮງໃຫ້ແກ່ວຽກງານການສຶກສາ ເຮັດໃຫ້ຊີວິດຂອງນັກຮຽນ ມີການປ່ຽນແປງ ແລະ ເຮັດໃຫ້ວຽກງານການສຶກສາ ໄດ້ຮັບພັດທະນາດີຂື້ນ, ນັກຮຽນຈຳນວນຫຼວງຫຼາຍປະສົບຜົນສຳເລັດໃນຊີວິດ ກາຍເປັນການນຳທີ່ດີເດັ່ນ, ເປັນນັກທຸລະກິດທີ່ດີ, ເປັນພະນັກງານທີ່ມີຄຸນນະພາບ ມີຄຸນສົມບັດ ແລະ ປະກອບສ່ວນພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.
ລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ເປັນລາງວັນເພື່ອຍ້ອງຍໍເຊີດຊູກຽດສັກສີໃຫ້ຄູຜູ້ທີ່ມີຜົນງານດີເດັ່ນ, ຜູ້ສ້າງການປ່ຽນແປງຊິວິດຂອງລູກສິດ ແລະ ສ້າງຄຸນປະໂຫຍດຕໍ່ການສຶກສາຢູ່ປະເທດຕ່າງໆໃນພາກພື້ນອາຊຽນ ຄື: ບຣູໄນ, ອິນໂດເນເຊຍ, ກໍາປູເຈຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ຕີມໍແລັດສະເຕ, ຫວຽດນາມ ແລະ ໄທ ໂດຍຈະມອບລາງວັນໃຫ້ປະເທດລະ 1 ຄົນ,ການຄັດເລືອກຄູແມ່ນຈັດຂຶ້ນໃນທຸກໆ 2 ປີ ໂດຍຄະນະກໍາມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣິ ຈະສະເໜີຂອບແນວຄິດ ແລະ ຄຸນລັກສະນະສະເພາະຂອງຄູ ໄປຍັງບັນດາກະຊວງສຶກສາທິການຂອງແຕ່ລະປະເທດເພື່ອຄັດເລືອກຄູຕາມມາດຖານ ແລະ ເງື່ອນໄຂທີ່ກຳນົດໄວ້. ໄລຍະຜ່ານມາມີຄູ-ອາຈານຈາກປະເທດລາວໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣິແລ້ວ 5 ຄົນຄື: ອາຈານ ຄໍາຊ້ອຍ ວົງສຳພັນ ຄູຈາກນະຄອນຫຼວງວຽງຈັນ ໄດ້ຮັບໃນປີ 2015, ອາຈານ ຄູນວິໄລ ເຄນກິຕິສັກ ໄດ້ຮັບໃນປີ 2017, ອາຈານ ໄພສະນິດ ປັນຍາສະຫວັດ ຈາກນະຄອນຫຼວງພະບາງ ໄດ້ຮັບໃນປີ 2019, ອາຈານ ແສງເພັດ ຄູນປະເສີດ ຈາກແຂວງອຸດົມໄຊ ໄດ້ຮັບໃນປີ 2021, ອາຈານ ກິມເຟືອງ ເຮືອງມະນີ ຈາກແຂວງເຊກອງ ໄດ້ຮັບໃນປີ 2023 ແລະ ອາຈານ ບຸນມາ ໂພທິລາດ ຈາກນະຄອນຫຼວງວຽງຈັນ ໄດ້ຮັບໃນປີນີ້ ໂດຍຈະຈັດພິທີມອບໃນວັນທີ 15 ຕຸລາ 2025.
May be an image of 8 people
ຂ່າວ-ພາບ : ບັນລັງທອງ ກຽງຄຳຊົນນີ