ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາຊຽ​ນ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື “ບ​ຣິກ​ສ​ໃຫຍ່” ເປັນ​​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ຕາມ​ກະ​ແສ​ຂອງ​ຍຸກ​ສະ​ໄໝ

Oct 30, 2024

ກອງ​ປະ​ຊຸມ​ສຸດຍອດບ​ຣິກ​ສ​ຄັ້ງ​ທີ 16 ໄດ້​ສິ້ນ​ສຸດ​ລົງ​ແລ້ວ ໂດຍ​ໄດ້​ກຳ​ນົດ​ເອົາ​13 ປະ​ເທດ​ຄູ່​ເຈ​ລະ​ຈາບ​ຣິກ​ສໃນ​ກອງ​ປະ​ຊຸມ ເຊິ່ງ​ລວມ​ທັງ 4 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ຄື: ​ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ໄທ ແລະ ຫວຽດ​ນາມ.
ໃນ​ຊຸມ​ປີ​ຜ່ານ​ມາ, ຄຽງ​ຄູ່​ກັບ​ອາ​ຊຽນ ແລະ ກົນ​ໄກ​​ການຮ່ວມ​ມືບ​ຣິກ​ສ​ມີ​ອິດ​ທິ​ພົນ​ນັບ​ມື້​ນັບ​ສູງ​ຂຶ້ນ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນຫຼາຍ​ຂົງ​ເຂດ ແລະ ຫຼາຍ​ລະ​ດັບ ໂດຍ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື​ອັນ​ມະ​ຫາ​ສານ. ຫຼາຍ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ກໍ​ໄດ້​ສະ​ແດງ​ຄວາມ​ປາ​ຖະ​ໜາ​ທີ່​​ຈະ​ເຂົ້າ​ຮ່ວມ​ກົນ​ໄກ​​ການຮ່ວມມືບ​ຣິກ​ສ​ຕາມໆ​ ກັນ.
ສະ​ມາ​ຊິກ​ກົນ​ໄກ​​ການຮ່ວມ​ມືບ​ຣິກ​ສ​ສ່ວນຫຼາຍ​ມາ​ຈາກ​ທະ​ວີບອາ​ຊີ, ເອີ​ຣົບ, ອາ​ເມ​ຣິ​ກາ, ອາ​ຟ​ຣິ​ກາ ແລະ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ມີ​ປະ​ຊາ​ກອນ​ທັງ​ໝົດ​ປ​ະ​ມານ 3,5 ຕື້​ຄົນ ເຊິ່ງກວມ​ເອົາ 40% ຂຶ້ນ​ໄປ​ຂອງ​ປະ​ຊາ​ກອນ​ທົ່ວ​ໂລກ, ມີ​ຕະຫຼາດ​ຂະ​ໜາດ​ໃຫຍ່​ພິ​ເສດ, ຍອດ​ມູນ​ຄ່າ​ການ​ຄ້າ​ໄດ້​ກວມ 25% ຂອງ​ການ​ຄ້າ​ທົ່ວ​ໂລກ. ນອກ​ນີ້, ປະ​ເທດ​ສະ​ມາ​ຊິກບ​ຣິກ​ສ​ຍັງ​ໄດ້​ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ການ​ຮ່ວມ​ມື​ພາກ​ພື້ນ ໂດຍ​ຜ່ານ​ຈາກ​ກົນ​ໄກ​ການ​ຮ່ວມ​ມືບ​ຣິກ​ສ​ຕ່າງໆ ເຊັ່ນ: ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່ບ​ຣິກ​ສ​ເປັນ​ຕົ້ນ ເຊິ່ງ​ໄດ້​ກາຍ​ເປັນ​ທ່ວງ​ທ່າ​ພັດ​ທະ​ນາ​ທີ່​ດີ​ງາມ. ທັງ​ໝົດ​ເຫຼົ່າ​ນີ້​ກໍ​ໄດ້​ດຶງ​ດູດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ທີ່​ພວມ​ຢູ່​ໃນ​ໄລ​ຍະ​ພັດ​ທະ​ນາ ແລະ ມີ​ຄວາມ​ຕ້ອງ​ການ​ອັນ​ແຮງ​ກ້າ​ດ້ານ​ການ​ພັດ​ທະ​ນາ.
ສອງ, ພາຍ​ໃຕ້​ສະ​ພາບ​ການ​ສາ​ກົນປັ່ນ​ປ່ວນ​ສັບ​ສົນ​ທີ່​ລັດ​ທິ​ຝ່າຍ​ດຽວ ແລະ ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຟື້ນ​ຕົວ​ຄືນ, ປະ​ເທດ​ສະ​ມາ​ຊິ​ກ​ກົນ​ໄກ​​ການຮ່ວມ​ມືບ​ຣິ​ກ​ສ ທີ່​ມີ​ຖາ​ນະ​ສະ​ເໝີ​ພາບ​ກັນ​ບົນ​ພື້ນ​ຖານຫຼັກ 5 ປະ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ໄດ້​ຮັກ​ສາ​ການ​ພົວ​ພັນ​ທີ່​ແໜ້ນ​ແຟ້ນ ແລະ ໝັ້ນ​ຄົງ. ໂດ​ຍ​ຜ່ານ​ຈາກ​ການ​ເຂົ້າ​ຮ່ວມ​ກົນ​ໄກ​​ການຮ່ວມ​ມືບ​ຣິກ​ສ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ສາ​ມາດ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຕົນ​ຢ່າງ​ບັງ​ເກີດ​ຜົນ ແລະ ສາ​ມາ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ທີ່​ໝັ້ນ​ຄົງ ໃນ​ສະ​ພາບ​ແວດ​ລ້ອມ​ການ​ເມືອງ ແລະ ເສດ​ຖະ​ກິດ​ສາ​ກົນ ທີ່​ປ່ຽນ​ແປງ​ເລື້ອຍໆ.
ສາມ, ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ສ່ວນຫຼາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ, ໃນ​ຂະ​ນະ​ທີ່​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຂອງ​ຕົນ​ແລ້ວ, ກໍ​ຢາກ​ສ້າງ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ທີ່​ດີ​​ເຊັ່ນ​ດຽວ​ກັນ ແລະ ປະ​ກອບ​ຄວາມ​ເຫັນ​ຂອງ​ຕົນ​ໃນ​ວຽກ​ງານ​ສາ​ກົນ. ໃນ​ຖາ​ນະ​ເປັນ​ກຸ່ມ​ທີ່​ປະ​ກອບ​ດ້ວຍ​ປະ​ເທດ​ພວມ​ພັດ​ທະ​ນາ​ເປັນ​ຕົ້ນ​ຕໍ, ກົນ​ໄກ​ການຮ່ວມ​ມືບ​ຣິກ​ສ​ກໍ​ສາ​ມາດ​ສ້າງ​ເວ​ທີ​ໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ໃນ​ການ​​ສະ​ແດງ​ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຕົນ ແລະ ເຂົ້າ​ຮ່ວມ​ການ​ຕັດ​ສິນ​ວຽກ​ງານ​ສາ​ກົນ. ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ທຸກ​ປະ​ເທດ​ມີ​ສິດ​ມີ​ສຽງ​ຢ່າງ​ສະ​ເໝີ​ພາບ​ກັນ​ໃນ​ອະ​ນາ​ຄົດ.
ໃນ​ຖາ​ນະ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ລາວ​ກໍ​ໄດ້​ສະ​ແດງ​ຄວາມ​ປາ​ຖະ​ໜາ​ທີ່​ຈະ​ເຂົ້າ​ຮ່ວມ​ກົນ​ໄກ​ການ​ຮ່ວມ​ມືບ​ຣິກ​ສ. ຕາມ​ຂ່າວ​ແຈ້ງວ່າ: ໃນ​ກອງ​ປະ​ຊຸມ​ສຸດຍອດ​ບ​ຣິກ​ຄັ້ງ​ນີ້, ທ່ານ​ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ​ ລາວ​ກ່າວ​ວ່າ: “ບ​ຣິກ​ສ​ພວມ​​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຂາດ​ບໍ່​ໄດ້​ ໃນ​ການປ່ຽນ​ແປງ​ລະ​ບຽບ​ສາ​ກົນ ແລະ ສ້າງ​ຕັ້ງກົນ​ໄກການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ເຂດ​ໂລກ​ໃຕ້. ພວກ​ເຮົາ​ຍິນ​ດີ​ຍົກ​ລະ​ດັບ​ປະ​ສານ​ງານ​ກັບ​ປະ​ເທດບ​ຣິກ​ສ​ໃນ​ບັນ​ຫາ​ທີ່ກວ້າງ​ຂວາງ.” ຖ້າ​ລາວ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື “ບ​ຣິກ​ສ​ໃຫຍ່” ຈະ​ສາ​ມາດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ປະ​ເທດ​ຕ່າງໆ ເຊິ່ງ​ລວມ​ທັງ​ຈີນ​ໃນ​ຂອບ​ເຂດກວ້າງ​ຂວາງກວ່າ​ເກົ່າ, ເລັ່ງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂອງ​ຕົນ, ຫຼຸດ​ຄວາມ​ໂຕນ​ກັນ​ດ້ານ​ການ​ພັດ​ທະ​ນາ ແລະ ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕົນ.
ສະຫຼຸບ​ແລ້ວ​ເຫັນ​ວ່າ, ອາ​ຊຽນ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື “ບ​ຣິກ​ສໃຫຍ່” ເປັນ​ທາງເລືອກ​ທີ່​ຖືກ​ຕ້ອງ​ຕາມ​ກະ​ແສ​ຂອງ​ຍຸກ​ສະ​ໄໝ ເຊິ່ງ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຊ່ວຍ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ເທົ່າ​ນັ້ນ ຍັງ​ຈະ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ກົນ​ໄກ​​ກການຮ່ວມມືບ​ຣິກ​ສ​ເພີ່ມ​ອິດ​ທິ​ພົນ​ຂອງ​ຕົນ​ໃນ​ເວ​ທີ​ສາ​ກົນ​ອີກ​ດ້ວຍ. ໃນ​ອະ​ນາ​ຄົດ, ພວກ​ເຮົາ​ຫວັງ​ວ່າ: ອາ​ຊຽນ ແລະ ບ​ຣິກ​ສ​ຈະ​ສາ​ມາດ​ລົງ​ເລິກ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດກວ່າ​ເກົ່າ, ຮ່ວມ​ກັນ​ປະ​ກອບ​ສ່ວນ ເພື່ອ​ສ້າງ​ໂລກ​ທີ່​ມີ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ​ຈະ​ເລີນ​ຮຸ່ງ​ເຮືອງກວ່າ​ເກົ່າ.
ທີ່ມາ: CMG