ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາຊຽນເພີ່ມທະວີເຊື່ອມໂຍງຂໍ້ມູນເພື່ອກ້າວໄປສູ່ການເຊື່ອມຕໍ່ກັບພາກພື້ນ

Nov 27, 2024

ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຄັ້ງທີ 14 ຂອງຄະນະກໍາມະການສະຖິຕິປະຊາຄົມອາຊຽນ (ACSS14) ຂຶ້ນວັນທີ 26-27 ພະຈິກ 2024 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ພອນສະຫຼີິ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ມີບັນດາຫົວໜ້າຮອງຫົວໜ້າຫ້ອງການສະຖິຕິຈາກປະເທດສະມາຊິກອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ຫົວຂໍ້“ເພີ່ມທະວີການເຊື່ອມໂຍງຂໍ້ມູນເພື່ອກ້າວໄປສູ່ການເຊື່ອມຕໍ່ກັບພາກພື້ນ ແລະ ຄວາມຍືນຍົງ” ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງພວກເຮົາໃນການຊຸກຍູ້ໃຫ້ບັນດາປະເທດສະມາຊິກອາຊຽນມີຄວາມຍືນຍົງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວໂລກມີ ການພັດທະນາຢ່າງບໍ່ຢຸດຢັ້ງ ມັນສະແດງເຖິງຄວາມຕ້ອງການຂໍ້ມູນທີ່ເພີ່ມຂຶ້ນ ເພື່ອສ່ອງແສງໃຫ້ເຫັນເຖິງກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ເພື່ອຕອບສະໜອງໄດ້ເຖິງຄວາມຮຽກຮ້ອງຕ້ອງການດັ່ງກ່າວ ພວກເຮົາຈໍາເປັນຕ້ອງມີການປະດິດຄິດສ້າງນະວັດຕະກໍາ ພ້ອມທັງຊອກຫາວິທີການໃໝ່ ໃນການສັງລວມເອົາຂໍ້ມູນທີ່ມີຄວາມຫຼາກຫຼາຍ ໃຫ້ມີຄວາມໝາຍຢ່າງເລິກເຊິ່ງ ສ່ອງແສງເຖິງຄວາມເປັນຈິງຂອງປະເທດ ເສດຖະກິດ ແລະ ໃນທົ່ວປະຊາຄົມອາຊຽນໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ໃນໄລຍະກອງປະຊຸມໃນວົງແຄບມີບາງຜົນສໍາເລັດດັ່ງນີ້: ການພັດທະນາແຜນດໍາເນີນງານຂອງລະບົບສະຖິຕິປະຊາຄົມອາຊຽນປີ 2026-2030 ການຮັບຮອງຄູ່ມືວິເຄາະວິໄຈຂໍ້ມູນສະຖິຕິການຄ້າຕ່າງປະເທດນອກລະບົບ ການຂະຫຍາຍການນໍາໃຊ້ໂປຣແກຣມຖ່າຍໂອນຂໍ້ມູນລະຫວ່າງປະເທດອາຊຽນ ແລະ ສະຖິຕິອາຊຽນ (APIs) ການສ້າງຄວາມເຂັ້ມແຂງຂອງກອບການຄຸ້ມຄອງຂໍ້ມູນ ແລະ ນະໂຍບາຍຂອງລັດຖະບານ ແລະ ການເພີ່ມທະວີຂີດຄວາມສາມາດສະຖິຕິຜ່ານການສຶກສາທາງໄກ.
ທີ່ມາ: ວຽງຈັນໃໝ່