ອາຊຽນເລັ່ງຊຸກຍູ້ການຮ່ວມມື ແລະ ແກ້ໄຂສິ່ງທ້າທາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາຊັ້ນສູງໃນພາກພື້ນ.

ກະຊວງສຶກສາທິການ ແລະ ກິລາ, ຮ່ວມກັບອົງການ UNESCO ແລະ ແຜນງານການເຊື່ອມໂຍງແບບຍືນຍົງຂອງ EU-ASEAN-ໂຄງການການສຶກສາຊັ້ນສູງ ຈັດກອງປະຊຸມນະໂຍບາຍອາຊຽນ ວ່າດ້ວຍການສຶກສາຊັ້ນສູງ 2024 ພາຍໃຕ້ຫົວຂໍ້ “ ການມີສ່ວນຮ່ວມໃນການຂັບເຄື່ອນວຽກງານການສຶກສາຊັ້ນສູງ ໃນການສ້າງຄວາມຍືນຍົງ ແລະຄວາມຫລາກຫລາຍ ເພື່ອການເຊື່ອມໂຍງ ແລະການມີສ່ວນຮ່ວມຂອງທຸກພາກສ່ວນ ” ໃນວັນທີ 11-12 ພະຈິກ 2024 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ມີທ່ານ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາ ແລະ ກິລາ, ທ່ານ ແຊນວິນ, ຮອງເລຂາທິການໃຫຍ່ປະຊາຄົມວັດທະນະທໍາ-ສັງຄົມອາຊຽນ; ທ່ານ ນ. ແວລີ ສະເມັດ ຫົວໜ້າຝ່າຍຮ່ວມມື, ຄະນະຜູ້ແທນອີຢູ ປະຈຳລາວ; ທ່ານ ນ. ຊູຮຸນ ຄົມ ຜູ້ອໍານວຍການພາກພື້ນ, ຫ້ອງການພາກພື້ນຂອງອົງການ UNESCO ປະຈຳບາງກອກ ແລະ ທ່ານ ບັກໂຮເດີ້ ເບີການົບ, ຜູ້ປະສານງານອົງການສະຫະປະຊາຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ເຕົ້າໂຮມເອົາບັນດາຜູ້ສ້າງໂຍບາຍ, ນັກວິຊາການ, ຜູ້ນໍາທາງດ້ານອຸດສາຫະກຳ ແລະອົງການຈັດຕັ້ງສາກົນຈາກທົ່ວພາກພື້ນອາຊຽນ ເພື່ອຊຸກຍູ້ການຮ່ວມມື ແລະແກ້ໄຂສິ່ງທ້າທາຍທີ່ປະເຊີນໜ້າກັບການສຶກສາຊັ້ນສູງ, ຄົ້ນຫາຍຸດທະສາດຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ບັນດາລະບົບການສຶກສາຊັ້ນສູງຂອງອາຊຽນ ແນໃສ່ການສ້າງຄວາມຍືນຍົງ, ການປັບຕົວ, ແລະ ການລວມມີສ່ວນຮ່ວມຂອງທຸກພາກສ່ວນໃນຂົງເຂດການສຶກສາຊັ້ນສູງ.
ທ່ານ ຫຼ້າວັນ ວົງຄໍາສານ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ: ໃນປີນີ້ ສປປລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມນະໂຍບາຍອາຊຽນ ວ່າດ້ວຍການສຶກສາຊັ້ນສູງ ເປັນຄັ້ງທໍາອິດ ໂດຍໄດ້ສຸມໃສ່ປຶກສາຫາລືຫລາຍບັນຫາສໍາຄັນ ເປັນຕົ້ນການພົວພັນຂອງຜູ້ມີສ່ວນຮ່ວມ ແລະຄວາມຫລາກຫລາຍການຂະຫຍາຍໂອກາດໃນການເຂົ້າເຖິງການສຶກສາຊັ້ນສູງ ແລະຄົ້ນຄວ້າວິທະຍາສາດ, ການສົ່ງເສີມຄວາມສາມາດໃນການຈ້າງງານ, ນະວັດຕະກຳທີ່ກ່ຽວຂ້ອງກັບການສຶກສາຊັ້ນສູງ, ສີ່ງທ້າທາຍ ແລະ ຄວາມຍືນຍົງໃນການຫັນເປັນດິຈິຕອນໃນຂົງເຂດການສຶກສາ ແລະ ການສົ່ງເສີມການເຄື່ອນຍ້າຍ, ການເຊື່ອມໂຍງລະຫວ່າງພາກພື້ນ ແລະສາກົນ.
ກອງປະຊຸມນະໂຍບາຍອາຊຽນ ວ່າດ້ວຍການສຶກສາຊັ້ນສູງ 2024 ເປັນຂີດໝາຍສໍາຄັນໃນການກໍາ ນົດນະໂຍບາຍດ້ານການສຶກສາຕ່າງໆ ແລະຊ່ວຍໃຫ້ປະເທດສະມາຊິກອາຊຽນ ແລະອີຢູ ເຮັດວຽກຮ່ວມກັນຢ່າງມີປະສິດທິຜົນ ເພື່ອແນໃສ່ສ້າງການສຶກສາຊັ້ນສູງທີ່ເຊື່ອມໂຍງ ແລະ ເຊື່ອມຈອດກັນໃຫ້ຫຼາຍຂື້ນ. ໃນໄລຍະ 4 ປີຕໍ່ໜ້າຂະແໜງການກ່ຽວຂ້ອງ ຍັງມີແຜນຈະຈັດກອງປະຊຸມ ແລະ ສົນທະນາທາງດ້ານນະໂຍບາຍຈໍານວນ 6 ຄັ້ງຢູ່ປະເທດສະມາຊິກອາຊຽນ ແລະ ເອີລົບ. ການສົນທະນາເຫຼົ່ານີ້ຈະກວມເອົາບັນດາປະເດັນທີ່ສໍາຄັນເຊັ່ນ: ການຈ້າງງານ, ທັກສະຕິຈິຕອນ, ແລະ ການສຶກສາແບບຍືນຍົງຕື່ມອີກ.
ຂ່າວ: ຈັນທະສອນ ສີຫານາດ






