ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາຊຽນ ສຸມໃສ່ປຶກສາຫາລືກ່ຽວກັບພັດທະນາແບບຍືນຍົງ ແລະ ການຫັນເປັນທັນສະໄໝ

Sep 17, 2024

ກອງປະຊຸມປຶກສາຫາລືລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 22 (22nd AEM-ASEAN BAC) ຈັດຂຶ້ນຕອນບ່າຍວັນທີ 16 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ, ມີ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ, ທ່ານ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາ ຕິມໍ ເລສເຕ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເປັນຄັ້ງທີສອງ ພາຍຫຼັງກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ 30 ທີ່ຫຼວງພະບາງ ໃນເດືອນມີນາ 2024. ກອງປະຊຸມຄັ້ງຜ່ານມາ ສະພາທີ່ປຶກສາທຸລະກິດອາຊຽນ ໄດ້ໃຫ້ຄໍາແນະນໍາທີ່ເປັນປະໂຫຍດແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ໃນການສືບຕໍ່ສົ່ງເສີມການເຊື່ອມໂຍງທາງດ້ານເສດຖະກິດ ກໍຄືການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ ປິ 2025 ໃຫ້ບັນລຸຜົນສໍາເລັດ.
ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ວ່າ: ກອງປະຊຸມໃນປີຜ່ານມາ ແລະ ປີນີ້ ໄດ້ປຶກສາຫາລືຫຼາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ ໃນນັ້ນ ໄດ້ເນັ້ນໃສ່ວຽກງານການພັດທະນາແບບຍືນຍົງ ແລະ ການຫັນເປັນດິຈິຕອນ ເປັນຕົ້ນ ການນໍາໃຊ້ລະບົບ QR Code ໃນອາຊຽນ ການຄໍ້າປະກັນສະບຽງອາຫານ ຄວາມເຂັ້ມແຂງດ້ານສາທາລະນະສຸກ ການອໍານວຍຄວາມສະ ດວກດ້ານການຄ້າ ແລະ ການລົງທຶນ ແລະ ການເຂົ້າເຖິງແຫຼ່ງທຶນ ຂອງ MSMEs ເພື່ອສືບຕໍ່ການຮ່ວມມືດັ່ງກ່າວ.
ກອງປະຊຸມຄັ້ງນີ້ ໄດ້ເນັ້ນໃສ່ແລກປ່ຽນທັດສະນະກ່ຽວກັບບັນດາແຜນວຽກບູລິມະສິດ ຂອງສະພາທີ່ປຶກສາທຸລະກິດອາຊຽນ ສະບັບປັບປຸງຄັ້ງວັນທີ 14 ກັນຍາ 2024 ພາຍໃຕ້ການເປັນປະທານຂອງ ສປປ ລາວ ເປັນຕົ້ນແມ່ນ ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ ( MSMEs ) ໃນການຫັນເປັນດີຈີຕອນ, ການເຂົ້າເຖິງພະລັງງານສະອາດ ການຄົ້ນຄວ້າ ແລະ ການພັດທະນາວັກຊິນ ການຮັບປະກັນດ້ານສະບຽງອາຫານ ການຫຼຸດຜ່ອນສິ່ງກີດຂວາງດ້ານການຄ້າ ແລະ ການຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຕໍ່ທາງບົກ.