ວັນທີ 28 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມ ກັບ ອົງການສະຫະປະຊາຊາດເພື່ອການພັດທະນາ (ສປຊ) ປະຈຳ ສປປ ລາວ ແລະ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາ ຊີຕາເວັນອອກ ໄດ້ຈັດກອງປະຊຸມອາຊຽນກ່ຽວກັບການແກ້ໄຂບັນຫາມົນລະພິດຈາກປລາສຕິກ ປະຈຳປີ 2024 ໂດຍການເປັນປະທານ ຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ, ທ່ານ ສາສະດາຈານ ເທັດຊຶຢະ ວາຕະນະເບະ ປະທານສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ແລະ ທ່ານ ນາງ ມາຕິນ ເທເຣີ ຜູ້ຕາງໜ້າອົງການ ສປຊ ປະຈຳ ສປປ ລາວ.
ກອງປະຊຸມ ໄດ້ສຸມໃສ່ ການແລກປ່ຽນ ແລະ ສົນທະນາ ກ່ຽວ ກັບບັນຫາມົນລະພິດຈາກປລາສຕິກ ເຊິ່ງເປັນໄພຂົ່ມຂູ່ໃນທົ່ວ ໂລກ ລວມທັງໃນພາກພື້ນອາຊຽນ. ແຕ່ລະປີ, ປະເທດອາຊຽນຜະລິດຂີ້ເຫຍື້ອປລາສຕິກ ຫຼາຍກວ່າ 31 ລ້ານໂຕນ ແຕ່ມີພຽງສ່ວນໜຶ່ງເທົ່ານັ້ນທີ່ຖືກນຳມາໃຊ້ຄືນໃໝ່ ເຊິ່ງບັນຫາດັ່ງກ່າວ ກໍ່ໄດ້ສ້າງຜົນກະທົບຕໍ່ສຸຂະພາບ, ເສດຖະກິດ ແລະ ສິ່ງແວດລ້ອມຢ່າງ ຫຼວງຫຼາຍ.
ກອງປະຊຸມຍັງໄດ້ສົນທະນາແລກປ່ຽນກັນກ່ຽວກັບການຮ່ວມມືໃນພາກພື້ນໃນວຽກງານການແກ້ໄຂບັນຫາມົນລະພິດຈາກປລາສຕິກ, ການລິເລິ່ມເພື່ອຫັນໄປສູ່ການຫຼຸດຜ່ອນມົນລະພິດຈາກປລາສຕິກ, ການເພີ່ມທະວີຄວາມຮັບຜິດຊອບຂອງຜູ້ຜະ ລິດ, ການຫັນນະໂຍບາຍໄປສູ່ການປະຕິບັດຕົວຈິງ, ການປ່ຽນ ແປງພຶດຕິກຳເພື່ອຫຼຸດຜ່ອນການນຳໃຊ້ປລາສຕິກທີ່ນຳໃຊ້ໄດ້ເທື່ອດຽວຢູ່ໃນອາຊຽນ.
ພ້ອມນັ້ນ ໄດ້ມີການນຳສະເໜີບັນດາສິ່ງປະດິດ ແລະ ນະວັດ ຕະກຳຕ່າງໆທີ່ມີຢູ່ແລ້ວ ແລະ ບັນດາສິ່ງປະດິດອື່ນໆທີ່ມີທ່າແຮງສຳລັບການແກ້ໄຂບັນຫາປລາສຕິກ.
ຂ່າວ: ອະພິເດດ ແສງດາລາ






