(19.9.24) ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແລະ ອັງກິດ ຄັ້ງທີ 4 ( 4th AEM-UK ) ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາກະກໍາ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ ມີທ່ານ ທ່ານ Douglas Alexander ລັດຖະມົນຕີກະຊວງການຄ້າ ແລະ ທຸລະກິດອັງກິດ ບັນດາລັດຖະມົນຕີເສດຖະກິດອາຊຽນ ເລຂາທິການໃຫຍ່ອາຊຽນ ລັດຖະມົນຕີ ກະຊວງ ອຄ ຈາກປະເທດຕີມໍເລສເຕ ແລະ ຫົວໜ້າຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ພາຍໃຕ້ຫົວຂໍ້ ການເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ສໍາລັບປະຊາຄົມເສດຖະກິດອາຊຽນ. ກອງປະຊຸມໄດ້ເນັ້ນໃສ່ການຫາລື 3 ກຸ່ມຍຸດທະສາດ ຄື: ການເຊື່ອມໂຍງ ແລະ ເຊື່ອມຈອດທາງເສດຖະກິດ ການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງ ແລະ ການນໍາໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການເຊື່ອມໂຍງທາງເສດຖະກິດ ແລະ ການຄ້າໃນພາກພື້ນ.
ອາຊຽນ ແລະ ອັງກິດ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ ໃນປີ 2023 ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ອັງກິດ ມີມູນຄ່າ 35,1 ຕື້ໂດລາສະຫະລັດ ກວມເອົາ 1,0% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກອັງກິດ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 2,2 ຕື້ໂດລາສະຫະລັດ ກວມເອົາ 0,9% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ.
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ເນັ້ນໃສ່ແລກປ່ຽນທັດສະນະກ່ຽວກັບສະພາບເສດຖະກິດໃນພາກພື້ນ ແລະ ສາກົນ, ທົບທວນຄືນຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດແຜນການຮ່ວມມືທາງເສດຖະກິດ ລະຫວ່າງສອງພາກພື້ນ ພ້ອມທັງພິຈາລະນາຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ອັງກິດ ຄັ້ງທີ 4 ຕື່ມອີກ.




