ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາຊຽນ-ເອີຣົບ ຮ່ວມປຶກສາຫາລືເພີ່ມທະວີການຮ່ວມມືທາງເສດຖະກິດ

Sep 19, 2024

ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ (AEM- EU Trade Commissioner) ຄັ້ງທີ 20 ຈັດຂຶ້ນໃນວັນທີ 19 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານນາງ Maria Martin-Prat ຮອງປະທານຜູ້ບໍລິຫານ ຂອງຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ ມີບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ທ່ານເລຂາທິການໃຫຍ່ອາຊຽນ ທ່ານລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ທ່ານ ມະໄລທອງ ກົມມະສິດ ມີຄຳເຫັນກ່າວເປີດກອງປະຊຸມວ່າ: ປີນີ້ ສປ ປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຫົວຂໍ້ ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ສໍາລັບປະຊາຄົມເສດຖະກິດອາຊຽນ ພວກເຮົາໄດ້ເນັ້ນໃສ່ 3 ກຸ່ມຍຸດທະສາດຄື: ການເຊື່ອມໂຍງ ແລະ ການເຊື່ອມຈອດທາງເສດຖະກິດ ການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງ ແລະ ການນໍາໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນການເຊື່ອມໂຍງທາງເສດຖະກິດ ແລະ ການຄ້າໃນພາກພື້ນ.
ອາຊຽນ ແລະ ເອີຣົບ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ ໃນປີ 2023 ການຄ້າດ້ານສິນຄ້າ ລະ ຫວ່າງ ອາຊຽນ ແລະ ເອີຣົບ ມີມູນຄ່າ 279,8 ຕື້ໂດລາສະຫະລັດ ກວມເອົາ 7,9% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ ເຮັດໃຫ້ ອີຢູ ເປັນຄູ່ຄ້າອັນດັບທີ 3 ຂອງອາຊຽນ ພ້ອມກັນນັ້ນ ມູນຄ່າການ ລົງທຶນໂດຍກົງ (FDI) ຂອງນັກລົງທຶນຈາກອີຢູ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 24,9 ຕື້ໂດລາ ກວມເອົາ 10,8% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023 ເຮັດໃຫ້ເອີຣົບ ເປັນອັນດັບທີ 2 ຂອງບັນດາປະເທດທີ່ມີມູນຄ່າການລົງທຶນຫຼາຍຢູ່ໃນອາຊຽນ.
ທ່ານສະແດງຄວາມຫວັງຢ່າງຍິ່ງວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຂອງພວກເຮົາຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫຼັງທີ່ພວກເຮົາສໍາເລັດການຈັດຕັ້ງປະຕິບັດ ບັນດາແຜນການຮ່ວມມືທາງດ້ານເສດຖະກິດການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ.
ພ້ອມນີ້ ທ່ານໄດ້ຍົກໃຫ້ເຫັນວ່າ: ຜ່ານມາ ສອງຝ່າຍໄດ້ມີການປຶກສາຫາລື ໃນຫຼາຍບັນຫາທີ່ຕິດພັນກັບການຮ່ວມມືລະຫວ່າງ ອາຊຽນ-ເອີຣົບ, ໃນນັ້ນໄດ້ມອບໝາຍໃຫ້ຄະນະວິຊາການ ຄົ້ນຄວ້າແຜນງານການຮ່ວມມືລະຫວ່າງສອງພາກພື້ນ ເພື່ອຫຼຸດຜ່ອນຜົນກະທົບຂອງບັນດາສິ່ງທ້າທາຍຈາກສາກົນ ແລະ ສົ່ງເສີມການພັດທະນາເສດຖະກິດ ໃຫ້ມີຄວາມຍືນຍົງ ການນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານການຄ້າ ແລະ ການລົງທຶນ ພ້ອມທັງສ້າງຄວາມເຂັ້ມແຂງແກ່ຕ່ອງໂສ້ການສະໜອງ, ພ້ອມນີ້ ຍັງໄດ້ຢືນຢັນຄຳໝັ້ນສັນຍາ ທີ່ຈະເພີ່ມທະວີການຮ່ວມມືທາງເສດຖະກິດໃນຫຼາຍຂົງເຂດວຽກງານ ພາຍໃຕ້ຖະແຫຼງການຮ່ວມຂອງຜູ້ນໍາໃນກອງປະຊຸມ ສຸດຍອດອາຊຽນ ແລະ ເອີຣົບ ເຊັ່ນ:ສົ່ງເສີມການຄ້າ ແລະ ການລົງທຶນແບບມີສ່ວນຮ່ວມ ແລະ ຍືນຍົງ ໂດຍເນັ້ນໃສ່ການປ່ຽນແປງສະພາບອາກາດ ເສດຖະກິດໝູນວຽນ ແລະ ສີຂຽວ ພະລັງງານທົດແທນ ແລະ ການຫັນເປັນດີຈີຕອນ.
ເພື່ອສືບຕໍ່ການຮ່ວມມືດັ່ງກ່າວ ກອງປະຊຸມຄັ້ງນີ້ໄດ້ເນັ້ນໃສ່ແລກປ່ຽນທັດສະນະກ່ຽວກັບ ການພັດທະນາເສດຖະກິດໃນພາກພື້ນ ແລະ ສາກົນ ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນການຮ່ວມມືທາງເສດຖະກິດການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນ ພ້ອມທັງພິຈາລະນາຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ຄະນະກໍາມາທິການການຄ້າ ແຫ່ງສະຫະພາບເອີຣົບ ຄັ້ງທີ 20 ແນໃສ່ເພີ່ມທະວີການຮ່ວມມື ແລະ ການເຊື່ອມໂຍງທາງເສດຖະກິດ ໃນພາກພື້ນຂອງພວກເຮົາໃຫ້ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ.