ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາສາສະຫມັກກູ້ຊີບ-ກູໄພ 38 ຄົນ ຈາກ4 ແຂວງ ໄດ້ຮັບການຍົກລະດັບວຽກງານຊ່ວຍເຫຼືອສຸກເສີນ

Jun 8, 2024

ອາສາສະໝັກກູ້ຊີບ-ກູ້ໄພ ຈໍານວນ 38 ຄົນ, ຍິງ 20 ຄົນ ຈາກ 4 ແຂວງ ຄື: ຫລວງພະບາງ, ໄຊຍະບູລີ, ແຂວງວຽງຈັນ ແລະ ອຸດົມໄຊ ເຂົ້າຮ່ວມການຝຶກອົບຮົມຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລວິທະຍາສາດສຸຂະພາບຫຼວງພະບາງ ອົງການກາແດງແຂວງຫຼວງພະບາງ.
ຈຸດປະສົງເພື່ອເພີ່ມຄວາມຮູ້-ຄວາມສາມາດ ໃນວຽກງານກູ້ຊີບ-ກູ້ໄພສຸກເສີນ ໃຫ້ຜູ້ທີ່ຖືກປະສົບໄພ, ອຸບັດຕິເຫດ, ຜູ້ປ່ວຍສຸກເສີນ ແລະເພື່ອໃຫ້ອາສາສະມັກກູ້ຊີບ-ກູ້ໄພສຸກເສີນ ໄດ້ຮຽນຮູ້ກ່ຽວກັບວິທີແກ້ໄຂສະຖະນະການ ແລະການປະຖົມພະຍາບານເບື້ອງຕົ້ນ, ໂດຍສະເພາະເຫດການອຸບັດຕິເຫດ ຕາມທ້ອງຖະໜົນ.