ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາສາສະໝັກ 451 ບ້ານ ໄດ້ຮັບໂທລະສັບມືຖື

Jan 20, 2025

ເມື່ອບໍ່ດົນມານີ້, ຢູ່ນະຄອນຫຼວງວຽງຈັນ, ສູນກາງສະຫະພັນ ແມ່ຍິງລາວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການອຸຍ ນີເຊັບ, ລັດຖະບານ ອົສຕຣາລີ ແລະ ອົງ ການພັດທະນາສາກົນຂອງສະຫະລັດອາເມຣິກາ (USAID) ໄດ້ມອບໂທລະສັບມືຖື ຈໍານວນ 135 ໜ່ວຍ ໃຫ້ອາສາສະໝັກຂັ້ນບ້ານ 451 ບ້ານ ໃນທົ່ວປະເທດ ເພື່ອຊ່ວຍໃນການເກັບກໍາຂໍ້ມູນ, ການສ້າງຂະບວນການ ສົ່ງເສີມການລ້ຽງດູເດັກໃນທາງບວກ ໃຫ້ບັນດາຄອບຄົວໃຫ້ດີຂຶ້ນ.
ທ່ານ ນາງ ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ສະແດງຄວາມຂອບໃຈມາຍັງປະເທດອົສຕຣາລີ, USAID ແລະ ອົງການອຸຍນີເຊັບ ທີ່ໄດ້ຊ່ວຍສົ່ງເສີມການຈັດຕັ້ງປະຕິບັດແຜນງານ “ຮັກລູກໃຫ້ໃສ່ໃຈ” ດ້ວຍການມອບອຸປະກອນດັ່ງກ່າວໃນຄັ້ງນີ້ວ່າ: ໂທລະສັບມືຖື ແມ່ນອຸປະກອນທີ່ມີຄວາມສໍາຄັນຫຼາຍ ຕໍ່ກັບການຕິດຕາມ ແລະ ການປະເມີນຜົນ ໃນການຈັດຕັ້ງປະຕິບັດແຜນງານ “ຮັກລູກໃຫ້ໃສ່ໃຈ”, ທັງເປັນການຮັບປະກັນວ່າ ພໍ່ແມ່ ແລະ ຜູ້ດູແລເດັກ ມີຊັບພະຍາກອນທີ່ຈໍາເປັນ ໃນການເລີ່ມຕົ້ນຊີວິດທີ່ດີທີ່ສຸດໃຫ້ກັບເດັກນ້ອຍ.
ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ກ່າວວ່າ: ເພື່ອການສະໜັບ ສະ ໜູນການຈັດຕັ້ງປະຕິບັດແຜນງານໃນຄັ້ງນີ້, ປະເທດ ອົສຕຣາລີ ມີຄວາມຕັ້ງໜ້າສືບຕໍ່ລົງທຶນເຂົ້າໃນການພັດທະນາອະນາຄົດຂອງຊາດ ກໍຄື ເດັກນ້ອຍ ແລະ ສົ່ງເສີມ ຄອບຄົວຕ່າງໆ ໃຫ້ມີສຸຂະ ພາບທີ່ດີ ແລະ ມີຄວາມສະເໝີພາບ ໃນຊຸມຊົນໃຫ້ຫຼາຍຂຶ້ນ ຊຶ່ງໂທລະສັບມືຖືຈະເປັນອຸປະກອນສົ່ງເສີມເຂົ້າໃນການຕິດຕາມ ແລະ ການປະເມີນຜົນ ໃນການຈັດຕັ້ງປະຕິບັດແຜນງານ “ຮັກລູກໃຫ້ໃສ່ໃຈ” ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນໃຫ້ກັບທຸກຄອບຄົວ.