ອີງຕາມຂໍ້ມູນຈາກກອງປະຊຸມສະຫຼຸບວຽກງານຂອງຄະນະ ກໍາມະການຮ່ວມມື ລາວ- ຈີນ ປະຈໍາປີ 2024 ແລະ ກໍານົດທິດ ທາງວຽກຈຸດສຸມ ປີ 2025 ຈັດຂຶ້ນໃນວັນທີ 14 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປີ 2024 ມູນຄ່າການຄ້າສອງຝ່າຍ ລາວ-ຈີນ ບັນລຸ 8.23 ຕື້ໂດລາສະຫະລັດ, ທຽບໃສ່ປີ 2023 ເພີ່ມຂຶ້ນ 15.91%, ໃນນີ້ ລາວສົ່ງອອກໄປຈີນ 4.56 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 21.4% ແລະ ນໍາເຂົ້າຈາກຈີນ 3.68 ຕື້ໂດລາສະຫະ ລັດ, ເພີ່ມຂຶ້ນ 9.8%. ສະເພາະໃນໄລຍະ 10 ປີ ຜ່ານມາ ຄື: ນັບແຕ່ປີ 2014-2024 ມູນຄ່າການຄ້າສອງຝ່າຍລາວ-ຈີນ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນພາຍ ຫຼັງເລີ່ມເປີດນໍາໃຊ້ຂະບວນລົດໄຟລາວ-ຈີນ ຂົນສົ່ງສິນຄ້າລະ ຫວ່າງປະເທດເປັນຕົ້ນມາ. ໃນນີ້ ປີ 2022 ມູນຄ່າການຄ້າສອງຝ່າຍ ບັນລຸ 5.68 ຕື້ໂດລາສະຫະລັດ, ປີ 2023 ບັນລຸ 7.09 ຕື້ໂດລາສະຫະລັດ ແລະ ປີ 2024 ບັນລຸ8.23 ຕື້ໂດລາສະຫະລັດ.
ມູນຄ່າການຄ້າສອງຝ່າຍ ລາວ-ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງມີທ່າແຮງບົ່ມຊ້ອນຫລາຍ. ປັດຈຸບັນ ຈີນ ແມ່ນຄູ່ຄ້າໃຫຍ່ອັນ ດັບ 2 ຂອງລາວ. ຄາດວ່າອີກບໍ່ດົນນີ້ ຈີນ ຈະກາຍເປັນຄູ່ຄ້າໃຫຍ່ອັນດັບໜຶ່ງຂອງລາວ.





