ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອີກໜຶ່ງທາງເລືອກຂອງນັກສຶກສາລາວ ກັບສາຂາວິຊາໃໝ່ ເມຄາໂຕຣນິກ ແລະ ການຄ້າເອເລັກໂຕຣນິກ

Nov 8, 2024

ພິທີເປີດຫຼັກສູດ ສາຂາວິຊາ ເມຄາໂຕຣນິກ ແລະ ການຄ້າເອເລັກໂຕຣນິກ ຂອງສູນຝຶກອົບຮົມວິຊາການ ລາວ-ຈີນ ( CHUYI ACADEMY ) ພ້ອມທັງຈັດພິທີສະຫຼຸບສົກຮຽນ 2023-2024 ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ( 1994-2024 ) ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ພະຈິກ 2024 ທີ່ສະຖາບັນພັດທະນາອາຊີວະສຶກສາ. ໃຫ້ກຽດເຂົ້າຮ່ວມ ທ່ານ ຮສ ປອ ບຸນເສັງ ຄໍາມູນຕີ ຜູ້ອຳນວຍການສະຖາບັນພັດທະນາອາຊີວະສຶກສາ ( ສພອ ), ທ່ານ Wang Qingguo ຮອງອະທິການບໍດີ ວິທະຍາໄລພົນລະເຮືອນຊາງຊາ ສປ ຈີນ; ພ້ອມດ້ວຍອຳນວຍການ, ຮອງອຳນວຍການ ແລະ ຕາງໜ້າຈາກ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ວິທະຍາໄລເຕັກນິກປາກປ່າສັກ ແລະ ວິທະຍາໄລອ້ອມຂ້າງ ພ້ອມດ້ວຍບັນດາຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ Wang Qingguo ຮອງອະທິການບໍດີ ວິທະຍາໄລພົນລະເຮືອນຊາງຊາ ສປ ຈີນ ກ່າວວ່າ:
ວິທະຍາໄລພົນລະເຮືອນຊາງຊາ ສປ ຈີນ ໄດ້ຮ່ວມກັບວິທະຍາໄລເຕັກນິກ ລາວ-ເຢຍລະມັນ ປະເທດລາວ ສ້າງຕັ້ງຄະນະຝຶກອົບຮົມວິຊາການ ລາວ-ຈີນ (Chuyi Academy) ສາຂາວິຊາເມຄາໂຕຣນິກ, ໄດ້ຮ່ວມກັບວິທະຍາໄລເຕັກນິກປາກປ່າສັກ ສ້າງຕັ້ງຄະນະຝຶກອົບຮົມວິຊາການ ລາວ-ຈີນ (Chuyi Academy) ສາຂາວິຊາການຄ້າເອເລັກໂຕຣນິກ, ຮ່ວມກັນດຳເນີນການສຶກສາທາງວິຊາການທັງສອງປະເທດ ແລະ ສະຖານທີ່ “2+1”, ກາຍເປັນສະຖານີເຕັກໂນໂລຊີໃນ “ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ສ້າງຂົວເຊື່ອມຕໍ່ດ້ານການແລກປ່ຽນວັດທະນະທຳ ສອງປະເທດຈີນ-ລາວ, ສະໜອງໂອກາດທີ່ຫຼາຍຂຶ້ນກວ່າເກົ່າ ໃນການແລກປ່ຽນ ແລະ ຮ່ຳຮຽນໃຫ້ແກ່ບັນດາໄວໜຸ່ມຂອງສອງປະເທດ. ຂະນະດຽວກັນ, ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການ ວິທະຍາໄລ ເຕັກນິກລາວ-ເຢຍລະມັນ ກ່າວວ່າ: ວິທະຍາໄລ ເຕັກນິກລາວ-ເຢຍລະມັນ ເປັນວິທະໄຍທຳອິດຂອງ ສປປ ລາວ ທີ່ໄດ້ເປີດຫຼັກສູດ ເມຄາໂຕຣນິກ ເປັນຊຸດທຳອິດ ໂດຍການສະໜັບສະໜູນຂອງ ວິທະຍາໄລ ພົນລະເຮືອນ ຊາງຊາ ສປ ຈີນ ໄດ້ຮັບການອະນຸມັດຈາກ ກະຊວງສຶກສາທິການ ແລະ ກິລາ ໃນວັນທີ 12 ມີນາ 2024 ໃນນັ້ນລວມມີ 156 ໜ່ວຍກິດ, ມີ 4720 ຊົ່ວໂມງ ( ລວມພາສາຈີນ ).
ທີ່ມາ: ເສດຖະກິດການຄ້າ