ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອຸດສາຫະກໍາຕັດຫຍິບລາວ ຍັງຕ້ອງການແຮງງານຈໍານວນຫລາຍ

Mar 15, 2024

ການຂາດເຂີນແຮງງານຂອງບັນດາໂຮງງານຕັດຫຍິບໃນລາວ ຍັງບໍ່ສາມາດແກ້ໄຂໄດ້ ເນື່ອງຈາກແຮງງານທີ່ເຂົ້າມາໃໝ່ມີໜ້ອຍ. ຂະນະດຽວກັນແຮງງານທີ່ມີຢູ່ ແລະ ມີສີມືແລ້ວຈໍານວນໜຶ່ງໄດ້ອອກໄປປະກອບອາຊີບໃໝ່.
ທ່ານ ປອ. ໄຊບັນດິດ ຣາຊພົນ, ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ໃຫ້ສໍາພາດຜ່ານລາຍການຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 9 ມີນາ 2024 ວ່າ: ມີຫລາຍສາເຫດທີ່ເຮັດໃຫ້ບັນດາໂຮງງານຕັດຫຍິບໃນລາວຂາດເຂີນແຮງ ງານ ເປັນຕົ້ນ: ປັດຈຸບັນເສດຖະກິດຂອງລາວນັບມື້ດີຂຶ້ນ ຈຶ່ງເກີດມີຫລາຍຂະແໜງອຸດສາຫະກໍາ ຫລື ການຜະລິດ ເຮັດໃຫ້ແຮງ ງານມີຫລາຍທາງເລືອກໃນການອອກແຮງງານ. ນອກຈາກນີ້ ຍ້ອນເງິນກີບອ່ອນຄ່າ ແລະ ຄ່າຄອງຊີບເພີ່ມຂຶ້ນເຮັດໃຫ້ແຮງງານບໍ່ຢາກເຂົ້າເຮັດວຽກງນໂຮງງານຕັດຫຍິບ ຫລື ທີ່ມີແລ້ວຈໍານວນໜຶ່ງຫັນໄປປະກອບອາຊີບອື່ນ.
ເພື່ອດຶງດູດແຮງງານໃຫ້ຫັນເຂົ້າມາເຮັດວຽກໃນໂຮງງານຕັດຫຍິບຫລາຍຂຶ້ນ, ທາງສະມາຄົມໄດ້ເອົາໃຈໃສ່ຊີ້ນໍາບັນດາໂຮງງານຕັດຫຍິບປັບປຸງຫລາຍວຽກງານ ເລີ່ມຈາກເລື່ອງຄ່າແຮງງານ, ຊຶ່ງຫລ້າສຸດໄດ້ປັບຂຶ້ນຄ່າແຮງງານຂັ້ນຕໍ່າເປັນ 1,6 ລ້ານກີບແລ້ວ, ປັບປຸງນະໂຍບາຍຕ່າງໆ ເຊັ່ນ: ເງິນຄ່າລ່ວງເວລາ, ນະໂຍບາຍເວລາເຈັບເປັນ ແລະ ອື່ນໆ ໂດຍອີງໃສ່ກົດໝາຍ ແລະ ນິຕິກໍາກ່ຽວຂ້ອງທີ່ມີຢູ່. ນອກຈາກນີ້ ທາງສະມາຄົມໄດ້ແຕ່ງຕັ້ງຄະນະຮັບຜິດຊອບເພື່ອເຄື່ອນໄຫວຊອກຫາແຮງງານ ໂດຍການພົບປະກັບພະແນກແຮງງານ ແລະ ສະຫວັດດີການສັງຄົມ ບັນດາແຂວງ, ພົບປະເຈົ້າ ເມືອງ, ກຸ່ມບ້ານ ແລະ ນາຍບ້ານໃນທົ່ວປະເທດ ເພື່ອນໍາສະເໜີຄວາມຕ້ອງການແຮງງານ ແລະ ຜົນດີຂອງການໄປເຮັດວຽກຢູ່ໂຮງງານຕັດຫຍິບໃນປະເທດ ແລະ ອື່ນໆ.
ໃນໂອກາດນີ້, ປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ ໄດ້ເຊີນຊວນແຮງງານລາວທີ່ຍັງບໍ່ທັນມີວຽກເຮັດງານທໍາ ໃຫ້ມາສະໝັກເຮັດວຽກຢູ່ໂຮງງານຕັດຫຍິບໃນລາວ ເພາະທາງໂຮງ ງານເປີດຮັບທັງຜູ້ທີ່ເປັນວຽກແລ້ວ ແລະ ບໍ່ທັນເປັນວຽກ ເພາະຈະມີການຝຶກສອນໃຫ້ນັບແຕ່ຂັ້ນເລີ່ມຕົ້ນຈົນໃຫ້ກາຍເປັນຜູ້ທີ່ມີທັກສະໃນການເຮັດວຽກທີ່ດີ.
ປັດຈຸບັນ, ສະມາຄົມອຸດສາຫະກໍາຕັດຫຍິບລາວ ມີສະມາຊິກທັງໝົດ 78 ໂຮງງານ, ມີແຮງງານທັງໝົດ 25.000 ຄົນ ໃນນີ້ ສະເພາະຜະລິດເພື່ອສົ່ງອອກໂດຍກົງມີ 50 ໂຮງງານ ໂດຍມີຕະຫລາດສົ່ງອອກຕົ້ນຕໍແມ່ນປະ ເທດໃນເອີລົບ, ອົດສຕາລີ, ຍິ່ປຸ່ນ ແລະ ຕະຫລາດປະເທດໃນອາຊຽນ.
@ຂ່າວອອນລາຍ, ວສລ
May be an image of 1 person and newsroom