ອຸດົມໄຊ ໄດ້ຖະແຫຼງຂ່າວ ການຈັດງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວ ແຂວງ ປະຈຳປີ 2025 ເມື່ອບໍ່ດົນຜ່ານມາວ່າ: ໃນລະຫວ່າງ ວັນທີ 15-19 ມັງກອນ ປີ 2025 ອົງການປົກຄອງແຂວງອຸດົມໄຊ ຮ່ວມກັບ ບໍລິສັດ CNP ສໍາຫຼວດ ແລະ ຂຸດຄົ້ນບໍ່ແຮ່ຈຳກັດ ຈະໄດ້ຈັດງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວແຂວງອຸດົມໄຊ ປະຈໍາປີ 2025 ຂຶ້ນຢ່າງເປັນທາງການ ຢູ່ທີ່ເດີ່ນສະໜາມກິລາ ເທດສະບານແຂວງອຸດົມໄຊ. ຊຶ່ງເປັນປີທີສອງທີ່ຈັດຂຶ້ນຢູ່ເທດສະບານແຂວງ ໂດຍການເຕົ້າໂຮມເອົາບຸນປະເພນີຂອງແຕ່ລະເຜົ່າເຊັ່ນ: ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຫໍ້, ເຜົ່າໄຕດໍາ ແລະ ເຜົ່າລາວ ຕິດພັນ ກັບການສະແດງສິລະປະວັນນະຄະດີພື້ນເມືອງ, ງານຄອນເສີດ, ງານຕະຫຼາດນັດວາງສະແດງສິນຄ້າ ແລະ ກິດຈະກຳຕ່າງໆ ເພື່ອເປັນການປົກປັກຮັກສາ, ອະນຸລັກວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ໃນການຈັດງານບຸນປະເພນີຂອງຕົນ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ທັງເປັນການເຕົ້າໂຮມຄວາມສາມັກຄີປອງດອງບັນດາເຜົ່າ ພາຍໃນແຂວງໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອເປັນການສົ່ງເສີມ, ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ແຂວງອຸດົມໄຊ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ, ສະເຫຼີມສະຫຼອງສາມວັນປະຫວັດສາດຂອງພັກ ແລະ ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກແຂວງອຸດົມໄຊ;
ພາຍໃນງານຈະມີກິດຈະກຳຕ່າງໆເຊັ່ນ: ງານວາງສະແດງສິນຄ້າ ຫັດຖະກຳ-ກະສິກຳ, ປະກວດສິນຄ້າເຄື່ອງຕ້ອນຂອງຝາກ, ຈັດເວທີສົນທະນາເຜີຍແຜ່ເອກະສານກ່ຽວກັບການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າຂອງລັດຖະບານ ແລະ ແນະນໍາການຂາຍສິນຄ້າຜ່ານລະບົບອອນລາຍ, ຊົມບັນດາກິດຈະກຳຕ່າງໆຂອງ 5 ເຜົ່າຄື: ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຫໍ້, ເຜົ່າໄຕດໍາ ແລະ ເຜົ່າລາວ ຊຶ່ງສະແດງເຖິງວັດທະນະທຳ, ວິຖີດໍາລົງຊີວິດ, ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ, ຊົມການສະແດງງານຄອນເສີດຂອງນັກຮ້ອງທີ່ມີຊື່ສຽງ, ງານປະກວດນັກຮ້ອງສຽງດີ, ການສະແດງສິລະປະວັນນະຄະດີບັນດາເຜົ່າ ຕິດພັນກັບການເດີນແບບ ຍິງ-ຊາຍ ນຸ່ງເຄື່ອງບັນດາເຜົ່າ.
ຂ່າວ: ຄຳພູສະຫວັນ ເພັນສະຫວັດ



