ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອຸດົມໄຊ ກຽມພ້ອມຈະເປັນເຈົ້າພາບຈັດການແຂ່ງຂັນ ກິລາມິດຕະພາບ ຄັ້ງທີ XII

Nov 20, 2024

ເພຶ່ອກຽມຄວາມພ້ອມໃຫ້ແກ່ງານແຂ່ງຂັນກິລາມິດຕະພາບເພື່ອສຸຂະພາບ ແລະ ວັດທະນະທຳອານຸພູມີພາກລຸ່ມແມ່ນ້ຳຂອງ ຄັ້ງທີ XII ທີ່ແຂວງອຸດົມໄຊ ໄດ້ຮັບກຽດເປັນເຈົ້າພາບ ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ່ 23-24 ພະຈິກ 2024 ທີ່ຈະມາເຖິງນີ້ ທີ່ເດີ່ນກິລາແຂວງອຸດົມໄຊ ຊຶ່ງຈະມີນັກກິລາຈາກ ສສຫວຽດນາມ, ຣາຊະອານາຈັກໄທ ແລະ ນັກກິລາຈາກ ໂຮງຮຽນ ແລະ ວິທະຍາໄລສາທາລະນະສຸກ ພາຍໃນ ສປປລາວ ເຂົ້າຮ່ວມ. ດັ່ງນັ້ນ, ໃນວັນທີ 19 ພະຈິກ ຜ່ານມາ ຄະນະຮັບຜິດຊອບຈັດງານຈຶ່ງໄດ້ຊ້ອມໃຫຍ່ ໂດຍມີ ທ່ານ ຫຸມພັນ ອິນທະມຸງຄູນ ຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະຈັດງານ, ຄູ-ອາຈານ ແລະ ນັກສຶກສາ ໂຮງຮຽນສາທາລະນະສຸກເຂົ້າຮ່ວມ.
ການຈັດງານຄັ້ງນີ້, ກໍເພື່ອຝຶກຊ້ອມກ້ອນກຳລັງທີ່ຈະເຂົ້າສວນສະໜາມ ແລະ ບົດຟ້ອນຕ່າງໆ ເພື່ອໃຫ້ມີຄວາມພ້ອມທຸກດ້ານ. ຈຸດປະສົງຂອງການຈັດງານຄັ້ງນີ້ ກໍເພື່ອເປັນການສົ່ງເສີມສາຍພົວພັນຮ່ວມມືລະຫວ່າງສະຖາບັນການສຶກສາ ຂະແໜງສາທາລະນະສຸກພາຍໃນປະເທດ ແລະ ບັນດາປະເທດລຸ່ມແມ່ນໍ້າຂອງ ຜ່ານຂະບວນການກິລາ ແລະ ວັດທະນະທຳ.
ຂ່າວ: ແສງອາທິດ