ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອຸດົມໄຊ ກຽມສົ່ງນັກກິລາ 6 ປະເພດເຂົ້າຮ່ວມງານກິລານັກຮຽນທົ່ວປະ ເທດ ຄັ້ງທີ 7 ທີ່ສາລະວັນ

Oct 24, 2024

ປະຈຸບັນ ແຂວງອຸດົມໄຊ ໄດ້ກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານກິລານັກ ຮຽນທົ່ວປະ ເທດ ຄັ້ງທີ 7 ທີ່ແຂວງສາລະວັນ ໄດ້ຮັບກຽດເປັນເຈົ້າພາບ ໂດຍຈະສົ່ງນັກກິລາເຂົ້າຮ່ວມແຂ່ງໃນ 6 ປະເພດກິລາ ໂດຍວາງຄາດໜາຍໃຫ້ໄດ້ 6 ຫລຽນຄຳ, 8 ຫລຽນເງິນ ແລະ 8 ຫລຽນທອງ
ທ່ານ ສີທອງ ທັນຂັນຕີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນຈຳນວນ 12 ປະເພດກິລາ ແຂວງອຸດົມໄຊ ຈະສົ່ງນັກກິລາເຂົ້າ ຮ່ວມແຂ່ງໃນ 6 ປະເພດກິລາ ຄື: ແລ່ນລານ, ເທຄັວນໂດ, ເປຕັງ,ໜ້າເກັກ,ໜາກແຫ້ລ ແລະ ໜາກເສິກ. ສ່ວນການຄັດເລືອກນັກກິລາເຂົ້າຮ່ວມແຂ່ງຂັນແມ່ນຄົບທຸກປະເພດແລ້ວ. ປະຈຸບັນ ນັກກິລາທຸກຄົນແມ່ນມີພ້ອມ ແລະ ມີການຝຶກຊ້ອມ-ຝຶກແອບຢູ່ແຕ່ລະສະໂມສອນ ເປັນປົກກະຕິ ແລະ ບໍ່ທັນໄດ້ເຂົ້າສູນເທື່ອ ຄາດວ່າຕົ້ນເດືອນ ພະຈິກ ຈຶ່ງຈະເຂົ້າສູນຝຶກຊ້ອມເພື່ອກຽມເຂົ້າຮ່ວມແຂ່ງຂັນງານກິລາຄັ້ງນີ້
ສໍາລັບງານກິລານັກຮຽນທົ່ວປະ ເທດ ຄັ້ງທີ 7 ທີ່ແຂວງສາລະວັນ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າວັນທີ 13-22 ທັນວາ 2024 ໂດຍກໍານົດແຂ່ງຂັນທັງໝົດ 12 ປະເພດກິລາ ປະກອບມີ: ແລ່ນ-ລານ, ບານເຕະ, ບານສົ່ງໃນຮົ່ມ/ຫາດຊາຍ, ບານ ບ້ວງ, ກະຕໍ້, ປິ່ງປ່ອງ, ດອກປີກໄກ່, ເປຕັງ, ໝາກແລ້, ໜ້າເກັກ, ໝາກເສິກ ແລະ ເທຄວັນໂດ.
ຂ່າວ: ສົມພາວັນ ມະວົງໄຊ