ແຜນການປູກມັນຕົ້ນ ຢູ່ແຂວງອຸດົມໄຊ ໃນປີ 2025 ມີເນື້ອທີ່ທັງໝົດ 4.594 ເຮັກຕາ ໃນ 5 ເມືອງ ຄື: ເມືອງໄຊ, ເມືອງ ງາ, ເມືອງ ນາໝໍ້, ເມືອງ ແບງ ແລະ ເມືອງ ຮຸນ, ທຽບກັບເນື້ອທີ່ປູກ ໃນປີ 2024 ເພີ່ມຂຶ້ນ 22% ຄາດຄະເນສະມັດຕະພາບໄດ້ 28.4 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດໄດ້ 130.000 ກວ່າໂຕນ.
ຂໍ້ມູນດັ່ງກ່າວໄດ້ລາຍງານໃນກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດ ການປູກມັນຕົ້ນ ແລະ ກະກຽມເກັບກູ້ຜົນຜະລິດມັນຕົ້ນ ປະຈໍາປີ 2024 ຢູ່ ແຂວງອຸດົມໄຊ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ສີວິໄສ ບຸນສະຫວັດ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການປູກມັນຕົ້ນ ໃນປີ 2024 ທົ່ວແຂວງອຸດົມໄຊ ມີທັງໝົດ 3.778,95 ເຮັກຕາ, ປູກໃນຂອບເຂດ 7 ເມືອງ ແລະ ຄາດຄະເນຜົນຜະລິດທັງໝົດຈະໄດ້ 45.000 ກວ່າໂຕນ ໃນນີ້, ປະກອບມີ 3 ພາກສ່ວນທີ່ລົງທຶນປູກ ຄື: ບໍລິສັດ ເຕັກໂນໂລຊີຊີວະພາບພົງຟົງ ອຸດົມໄຊ ຈຳກັດ ສົ່ງເສີມໃນຂອບເຂດ 5 ເມືອງ, ບໍລິສັດ ແອວເອັສ ສົ່ງເສີມໃນຂອບເຂດ 1 ເມືອງ ຄື: ເມືອງຮຸນ ແລະ ປະຊາຊົນລົງທຶນປູກເອງ ໃນນີ້, ເມືອງໄຊ 1.446 ເຮັກຕາ, ເມືອງຫລາ 24 ເຮັກຕາ, ເມືອງງາ 102.70 ເຮັກຕາ, ເມືອງນາໝໍ້ 27 ເຮັກຕາ, ເມືອງແບງ 1.500 ເຮັກຕາ, ເມືອງຮຸນ 671.37 ເຮັກຕາ ແລະ ເມືອງປາກແບງ 7,8 ເຮັກຕາ. ເມື່ອທຽບກັບປີ 2023 ເຫັນວ່າ ເນື້ອທີ່ການປູກມັນຕົ້ນເພີ່ມຂຶ້ນ 2.035,6 ເຮັກຕາ.
ໂອກາດດັ່ງກ່າວນີ້ ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການລາຍງານສະພາບການປູກມັນຕົ້ນຈາກບັນດາບໍລິສັດທີ່ລົງທຶນສົ່ງເສີມ ໃຫ້ປະຊາຊົນປູກຢູ່ພາຍໃນແຂວງອຸດົມໄຊ ພ້ອມທັງປະກອບຄຳຄິດຄຳເຫັນຕໍ່ກັບບັນຫາທີ່ຄົງຄ້າງ ໂດຍສະເພາະການປູກ, ການສະໜອງແນວພັນ, ການເກັບກູ້ ແລະ ການເກັບຊື້ຜົນຜະລິດ ຊຶ່ງເຫັນວ່າຢູ່ບາງເຂດຍັງບໍ່ທັນປະຕິບັດໄດ້ດີ.
ຂ່າວ: ໄມພອນ



