ໃນບົດລາຍງານຫຍໍ້ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ທີ່ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຈັດຂຶ້ນເມື່ອບໍ່ດົນມານີ້ ໄດ້ຍົກໃຫ້ເຫັນວ່າ: ປີ 2024 ຜ່ານມາ, ແຂວງອຸດົມໄຊ ສາມາດຈັດເກັບລາຍຮັບ ໄດ້ 316.73 ຕື້ກີບ ລື່ນແຜນການ 64.2% (ແຜນດັດແກ້ 192.91 ຕື້ກີບ) ກວມ 2.8% ຂອງ GDP ທຽບກັບປີຜ່ານມາເພີ່ມຂຶ້ນ 17.02%.
ໃນນັ້ນ ລາຍຮັບພູດສູນກາງ ປະຕິບັດໄດ້ 20.39 ຕື້ກີບ, ເທົ່າ ກັບ 44.9% ຂອງແຜນການ (ມະຕິສະພາ 45.40 ຕື້ກີບ) ທຽບກັບປີຜ່ານມາຫຼຸດລົງ 40.4% ແລະ ລາຍຮັບພາຍໃນ 296.34 (ມະຕິສະພາ 147.91 ຕື້ກີບ) ປະຕິບັດໄດ້ລື່ນແຜນການ 100.89%, ທຽບກັບປີຜ່ານມາ ເພີ່ມຂຶ້ນປະມານ 40.4% ໃນນັ້ນ: ລາຍຮັບສ່ວຍສາອາກອນ ປະຕິບັດໄດ້ 245.74 ຕື້ກີບ, ລື່ນແຜນ 79%, ລາຍຮັບຈາກການຄຸ້ມຄອງຊັບສິນ 50.45 ຕື້ກີບ ເທົ່າກັບ ປະຕິບັດລື່ນແຜນ 394% ແລະ ເງິນເຫຼືອຈ່າຍສົ່ງຄືນ 0.15 ຕື້ກີບ.
ສາເຫດທີ່ສາມາດຈັດເກັບລາຍຮັບໄດ້ເກີນແຜນ ມີຄື:
– ຄຸ້ມຄອງຫົວໜ່ວຍທຸລະກິດທົ່ວແຂວງ ທັງໝົດ 4.859 ຫົວໜ່ວຍ ໄດ້ຫັນເຂົ້າລະ ບົບ TaxRIS ເທົ່າກັບ 100% ຂອງຫົວໜ່ວຍທັງໝົດ.
– ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຕິດຕາມການເຄື່ອນຍ້າຍ ແລະ ສົ່ງ ອອກແຮ່ທາດປະເພດຕ່າງໆ ໄດ້ທັງໝົດ 611,198.84 ໂຕນ, ໄລ່ລຽງຄ່າຊັບພະຍາ ກອນທຳມະຊາດ ແລະ ຈົກ-ຖົມດິນ, ຫີນຜາ ນໍາໃຊ້ເຂົ້າ ໃນໂຄງການຕ່າງໆ, ໄລ່ລຽງການຂຸດຄົ້ນຊັບພະຍາກອນທຳມະຊາດປະເພດຕ່າງໆທີ່ນໍາໃຊ້ເຂົ້າໃນການຜະລິດຊິມັງ ໄດ້ທັງໝົດ ຈຳນວນ 445,598.35 ແມັດກ້ອນ;
– ຄຸ້ມຄອງຫົວໜ່ວຍທຸລະກິດເຊົ່າ-ສຳປະທານທັງໝົດ 265 ຫົວໜ່ວຍ ໃນນີ້: ສໍາປະ ທານມີ 81 ຫົວໜ່ວຍ ແລະ ເຊົ່າ 184 ຫົວໜ່ວຍ;
– ໄດ້ຈັບກຸມ ແລະ ດໍາເນີນຄະດີຕໍ່ຜູ້ລະເມີດລະບຽບກົດໝາຍພາສີ ແລະ ນິຕິກໍາໃຕ້ກົດໝາຍ ທັງໝົດ 228 ຄະດີ ແກ້ໄຂສໍາເລັດ 217 ຄະດີ ເປັນເງິນ 15.46 ຕື້ກີບ, ຍັງຄ້າງ 11 ຄະດີ. ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 19.51 ຕື້ກີບ ແລະ ໄດ້ເຂັ້ມງວດ ປະຕິບັດການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງທັງ ໝົດ ຈຳນວນ 112 ຄັນ ໃນ ນີ້: ໄດ້ເສຍພາສີສໍາເລັດແລ້ວ ຈໍານວນ 105 ຄັນ, ຍັງຄ້າງບໍ່ແກ້ໄຂທັງໝົດ 07 ຄັນ.
ຂ່າວ: BT, ວສລ



