ອຸດົມໄຊ ເປີດງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງ ທ່ຽວ ປະຈຳປີ 2025

ພິທີເປີດງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງ ທ່ຽວ ປະຈຳປີ 2025 ທີ່ແຂວງອຸດົມໄຊ ຈັດຂຶ້ນໃນວັນທີ 16 ມັງກອນນີ້ ທີ່ສະໜາມກິລາແຂວງ. ມີ ທ່ານ ບຸນຄົງ ຫຼ້າຈຽມພອນ, ເຈົ້າແຂວງອຸດົມໄຊ, ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມະທິການບັນດາເຜົ່າ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ່ 4; ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມ ດ້ວຍແຂກຮັບເຊີນ, ປະຊາຊົນບັນດາເຜົ່າ, ນັກທ່ອງທ່ຽວ ທັງພາຍ ໃນ ແລະ ຕ່າງ ປະເທດເຂົ້າາຮ່ວມ.
ທ່ານ ບຸນຄົງ ຫຼ້າຈຽມພອນ ໃຫ້ຮູ້ວ່າ: ແຂວງອຸດົມໄຊ ປະກອບມີ 12 ຊົນເຜົ່າຄື: ເຜົ່າລາວ, ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າໄຕ, ເຜົ່າລື້, ເຜົ່າຢັ້ງ, ເຜົ່າບິດ, ເຜົ່າລະເມັດ, ເຜົ່າອີວມຽນ, ເຜົ່າອາຄາ, ເຜົ່າພູນ້ອຍ ແລະ ເຜົ່າຫໍ້. ຕະຫຼອດໄລຍະທີ່ຜ່ານມາແຕ່ລະເຜົ່າໄດ້ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິ, ມີຄວາມສາມັກຄີປອງດອງ, ມີວິຖີຊີວິດ, ມູນເຊື້ອປະຫວັດສາດ, ວັດທະນະທໍາ ຮີດຄອງປະເພນີອັນດີງາມ ແລະ ມີພາສາປາກເວົ້າ ທີ່ເປັນເອກະລັກສະເພາະຂອງຕົນ ແລະ ໄດ້ພ້ອມກັນທຳມາຫາກິນ ສ້າງສາພັດທະນາເຮືອນຊານບ້ານສ່ອງຂອງຕົນ ທັງເປັນການປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາແຂວງອຸດົມໄຊ ໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ຈະເລີນ ຮຸ່ງເຮືອງ ເປັນກ້າວໆມາ.
ພ້ອມນີ້ທ່ານໄດ້ເຊີນຊວນບັນດາທ່ານນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ທີ່ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມວັດທະ ນະທໍາ-ຮີດຄອງປະເພນີທີ່ຫຼາກຫຼາຍສີສັນຂອງບັນດາເຜົ່າ ຕິດພັນກັບການທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານທຳມະ ຊາດ, ປະຫວັດສາດ ແລະ ວັດທະນະທຳຕ່າງໆ ຂອງແຂວງອຸ ດົມໄຊ ຕາມຄໍາຂວັນທີ່ວ່າ: “ທ່ຽວແຂວງອຸດົມໄຊ ໄປຊົມທຳມະຊາດ ນໍ້າກັດຍໍລະປາ, ຊົມວັດທະນະທໍາບັນດາເຜົ່າ, ໄຫວ້ພະເຈົ້າສິງຄໍາ, ດື່ມນໍ້າຊາພັນປີ, ຂີ່ເຮືອຊົມທຳມະຊາດແມ່ນໍ້າຂອງ”.
ພາຍໃນງານຄັ້ງນີ້ ມີກິດຈະກຳງານວາງສະແດງສິນຄ້າ ຫັດຖະ ກຳ-ກະສິກຳ, ປະກວດສິນຄ້າເຄື່ອງຕ້ອນຂອງຝາກ, ຈັດເວທີສົນ ທະນາເຜີຍແຜ່ເອກະສານກ່ຽວກັບການເຂົ້າເຖິງແຫຼ່ງທືນດອກ ເບ້ຍຕໍ່າຂອງລັດຖະບານ ແລະ ແນະນໍາການ ຂາຍສິນຄ້າຜ່ານລະ ບົບອອນລາຍ. ຊົມບັນດາກິດຈະກຳຕ່າງໆ ຂອງ 5 ເຜົ່າຄື: ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າຫໍ້, ເຜົ່າໄຕດໍາ ແລະ ເຜົ່າລາວ ຊຶ່ງສະແດງເຖິງວັດທະນະທຳ, ວິຖີດໍາລົງຊີວິດ, ຮີດຄອງປະເພນີ ອັນດີງາມຂອງບັນດາເຜົ່າ. ຊົມການສະແດງງານຄອນເສີດຂອງນັກຮ້ອງທີ່ມີຊື່ສຽງ, ງານປະກວດນັກຮ້ອງສຽງດີ, ການສະແດງ ສິນລະປະວັນນະຄະດີບັນດາເຜົ່າ ແລະ ຕິດພັນກັບການເດີນແບບ ຍິງ-ຊາຍ ນຸ່ງເຄື່ອງບັນດາເຜົ່າ ແລະ ອື່ນໆ.
ຂ່າວ: ຄຳພູສະຫວັນ






