ພິທີຖະແຫລງງຂ່າວ ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເປັນມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 28 ກໍລະກົດ 2025 ຢູ່ແຂວງຄຳມ່ວນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ຮວາງນາມ ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງຈິ, ມີບັນດາການນຳແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຖະແຫລງວ່າ: ອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຖືກຮັບຮອງເປັນມໍລະດົກໂລກຮ່ວມຊາຍແດນທາງທຳມະຊາດ ຮ່ວມກັບອຸທິຍານແຫ່ງ ຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງຈິ ຂອງ ສສ ຫວຽດນາມຢ່າງເປັນທາງການ ຈາກກອງປະຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 47 ໃນວັນທີ 13 ກໍລະກົດ 2025 ທີ່ຜ່ານມາ ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ, ກາຍເປັນມໍລະດົກໂລກ ແຫ່ງທີ 4 ແລະ ເປັນແຫລ່ງມໍລະດົກໂລກທາງທຳມະຊາດ ແຫ່ງທຳອິດ ຂອງ ສປປ ລາວ ແລະ ກາຍເປັນມໍລະດົກໂລກທາງດ້ານທຳມະຊາດ ແບບຮ່ວມຊາຍແດນແຫ່ງທຳອິດໃນ ພາກພື້ນອາຊີຕາເວັນອອກສຽງໃຕ້.

ຂະບວນການກະກຽມສະເໜີອຸທິຍານແຫ່ງຊາດ ຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ ແມ່ນມີປະຫວັດ ຄວາມເປັນມາຍາວນານຫລາຍກວ່າ 20 ປີ ໂດຍໄດ້ມີການລິເລີ່ມຂະບວນການປຶກສາຫາລື ຮ່ວມກັນລະຫວ່າງພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ແລະ ສສ ຫວຽດນາມ ໃນການກະກຽມສະເໜີມໍລະດົກໂລກ ຮ່ວມຊາຍແດນທາງທຳມະຊາດຮ່ວມກັນລະຫວ່າງ ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ນັບແຕ່ປີ 1999 ແຕ່ເນື່ອງຈາກບັນດາເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກ ຂອງ ສປປ ລາວ ໃນເວລານັ້ນຍັງມີຄວາມຫຍຸ້ງຍາກຈາກຫລາຍປັດໄຈ ໂດຍສະເພາະແມ່ນການສຶກສາ, ການຄົ້ນຄວ້າ ແລະ ການເກັບກໍາຂໍ້ມູນວິຊາການ ກ່ຽວກັບ ຂໍ້ມູນວິທະຍາສາດທາງດ້ານພູມສັນຖານ ແລະ ຄວາມອຸດົມສົມບູນ ຂອງພັນພືດພັນສັດຊີວະນາໆພັນ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່ໃນເວລານັ້ນ ຍັງບໍ່ທັນຄົບຖ້ວນພຽງພໍ ແລະ ກົນໄກການຄຸ້ມຄອງອຸທິຍານແຫ່ງຊາດ ກໍຍັງບໍ່ທັນລະອຽດຊັດເຈນເທົ່າທີ່ຄວນ. ດ້ວຍເຫດຜົນດັ່ງກ່າວ, ທັງສອງຝ່າຍຈຶ່ງໄດ້ສືບຕໍ່ປະສານສົມທົບ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ເຊິ່ງກັນ ແລະ ກັນຢ່າງຮອບດ້ານ ໂດຍເຫັນດີເປັນເອກະພາບສະເໜີໃຫ້ ເພື່ອນໍາສົ່ງເອກະສານຄຳຮ້ອງສະເໜີອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ເຖິງສູນມໍລະດົກໂລກ ເພື່ອຮັບຮອງເອົາອຸທິຍານແຫ່ງຊາດຟອງງຫຍາ-ແກບາງ ເປັນມໍລະດົກໂລກກ່ອນ. ຈາກນັ້ນ, ຈຶ່ງສືບຕໍ່ສະເໜີເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນພາກສ່ວນຂະຫຍາຍແຫລ່ງມໍລະດົກໂລກ ຮ່ວມຊາຍແດນຕາມແຜນການໃນອານາຄົດ. ມາຮອດປີ 2003 ກອງປະຊຸມຄະນະກຳມະການມໍລະດົກໂລກຄັ້ງທີ 27 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ກໍໄດ້ຮັບຮອງເອົາ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ເຂົ້າເປັນມໍລະດົກໂລກທາງທຳມະຊາດຢ່າງເປັນທາງການ.

ໃນປີ 2012 ເມື່ອການກະກຽມຄວາມພ້ອມທາງດ້ານຕ່າງໆ ຂອງ ສປປ ລາວ ໄດ້ສຸກງອມ, ລັດຖະບານ ສປປ ລາວ ຈຶ່ງໄດ້ມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ໃນເມື່ອກ່ອນ) ປະສານສົມທົບກັບພາກສ່ວນກ່ຽວຂ້ອງຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ດໍາເນີນການປຶກສາຫາລືກັນ ເພື່ອດໍາເນີນການຄົ້ນຄວ້າ ແລະ ກະກຽມຮ່າງເອກະສານ ນໍາສະເໜີເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກຂອງອົງການ ອຸຍແນັສໂກ. ໃນປີ 2016 ຄະນະວິຊາການສະເພາະກິດ ເຊິ່ງປະກອບມີຫລາຍພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ທີ່ນໍາພາໂດຍກົມມໍລະດົກ ໄດ້ຖືກແຕ່ງຕັ້ງຂື້ນ ເພື່ອດໍາເນີນການກະກຽມຮ່າງເອກະສານຄໍາຮ້ອງດັ່ງກ່າວ ໂດຍໄດ້ມີການຈັດກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງຕ່າງໆໃນຂັ້ນສູນກາງ, ທ້ອງຖິ່ນ, ສອງຝ່າຍລາວ-ຫວຽດນາມ ແລະ ສາກົນຫລາຍຄັ້ງ ເພື່ອປຶກສາຫາລືຮ່ວມກັນກ່ຽວກັບເນື້ອໃນ ແລະ ຂັ້ນຕອນ ຂອງການປະກອບເອກະສານຄໍາຮ້ອງ ນໍາສະເໜີເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກແບບຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດຟອງຫຍາ-ແກ່ບາງ ມໍລະດົກໂລກ ຂອງ ສສ ຫວຽດນາມ ເຊິ່ງກອງປະຊຸມໃນແຕ່ລະຂັ້ນ ໄດ້ເປັນເອກະ ພາບກຳນົດເອົາວຽກງານດັ່ງກ່າວ ເຂົ້າຢູ່ໃນເອກະສານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ທິດທາງແຜນ 5 ປີ ຄັ້ງທີ IX ແລະ ແຜນພັດທະນາວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ 2021-2025 ອັນໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ອົງການກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍວຽກງານຢ່າງມີຜົນສໍາເລັດ.
ຜ່ານຂະບວນການຮ່ວມມືສອງຝ່າຍຢ່າງໃກ້ຊິດ ສສ ຫວຽດນາມ ໄດ້ອອກໜັງສືືສະໜັບສະໜູນຕໍ່ເອກະສານຄໍາຮ້ອງ ສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກ ຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ເຖິງສູນມໍລະດົກໂລກ ໃນວັນທີ 1 ກຸມພາ 2024, ມາຮອດທ້າຍເດືອນ ກັນຍາ ຫາ ຕົ້ນເດືອນ ຕຸລາ 2024 ຄະນະຜູ້ຊ່ຽວຊານທີ່ປຶກສາ (ອົງການ IUCN) ຂອງສູນມໍລະດົກໂລກ ອົງການອຸຍແນັສໂກ ໄດ້ເດີນທາງມາເຮັດວຽກຂອງຢູ່ ສປປ ລາວ ເພື່ອກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງຄຸນຄ່າລະດັບຈັກກະວານ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່ ແລ້ວສະໜອງຂໍ້ມູນເພີ່ມຕື່ມສົ່ງເຖິງສູນມໍລະດົກໂລກ.
ອຸທິຍານແຫ່ງຊາດຫີນໜາມໜໍ່ ໄດ້ຖືກນໍາເຂົ້າພິຈາລະນາຢູ່ໃນກອງປະຊຸມໃຫຍ່ ຄະນະກຳມະການມໍລະດົກ ໂລກ ຄັ້ງທີ 47 ທີ່ຈັດຂຶ້ນລະຫວ່າງວັນທີ 6-16 ກໍລະກົດ 2025 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ເຊິ່ງ ຄະນະຜູ້ແທນລາວ ທີ່ປະກອບດ້ວຍຄະນະຜູ້ແທນຈາກກະຊວງກ່ຽວຂ້ອງຂັ້ນສູນກາງ, ຄະນະຜູ້ແທນກ່ຽວຂ້ອງຂອງ ຂັ້ນແຂວງ ແລະ ທ້ອງຖິ່ນ ແຂວງຄໍາມ່ວນ ໄດ້ພ້ອມກັນເຂົ້າຮ່ວມເປັນສັກຂີພິຍານ ໃນວາລະການພິຈາລະນາຮັບຮອງ ເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ. ຈົນມາຮອດວັນທີ 13 ກໍລະກົດ 2025 ກອງປະຊຸມໃຫຍ່ຄະນະກຳມະການມໍລະດົກໂລກ ໄດ້ມີມະຕິຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກ ທາງທຳມະຊາດ ຂອງ ສສ ຫວຽດນາມ ຢ່າງເປັນທາງການ ດ້ວຍ 3 ມາດຖານຂອງມໍລະດົກໂລກ ທີ່ສະແດງໃຫ້ເຫັນໄດ້ເຖິງຄຸນຄ່າວິທະຍາສາດ ແລະ ການສຶກສາ ຄື: ມາດຖານທີ VIII ແຫລງມໍລະດົກທີ່ມີຄວາມໂດດເດັ່ນທາງດ້ານພູມສັນຖານ, ມາດຖານທີ IX ແຫລ່ງມໍລະດົກທີ່ມີຄວາມໂດດເດັ່ນຂອງລະບົບນິເວດຊີວະນາໆ ພັນ ແລະ ມາດຖານທີ X ແຫລ່ງມໍລະດົກທີ່ມີຄວາມໂດດເດັ່ນທາງດ້ານພັນພືດພັນສັດສະເພາະຖິ່ນ ແລະ ໃກ້ສູນພັນຂອງໂລກ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ກໍໄດ້ມີຄໍາເຫັນວ່າ: ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທຳມະຊາດ ແມ່ນຄວາມພະຍາຍາມ ເອົາໃຈໃສ່ຂອງລັດຖະບານ ສປປ ລາວ, ອົງການປົກຄອງທ້ອງຖິ່ນ, ການຊ່ວຍເຫລືອຂອງ ສສ ຫວຽດນາມ, ການສະໜັບສະໜູນຊ່ວຍເຫລືອຂອງ ລັດຖະບານເຢຍລະມັນ, ອົງການພັດທະນາແຫ່ງປະເທດເຢຍລະມັນ ແລະ ການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຕ່າງໆ ແລະ ບັນດານັກຊ່ຽວຊານພາຍໃນ ແລະ ຕ່າງປະເທດ ເຊິ່ງໃຊ້ເວລາຫລາຍປີໃນການສຳຫລວດ, ການເກັບກໍາຂໍ້ມູນ, ການຄົ້ນຄວ້າປຶກສາຫາລື ແລະ ການຮ່ວມມືຫລາຍຝ່າຍ ກ່ອນຈະສະເໜີເຖິງອົງການອຸຍແນັສໂກ ພິຈາລະນາ; ແມ່ນຜົນງານອັນໃຫຍ່ຫລວງຂອງການພົວພັນຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດຂອງສອງຝ່າຍ ແລະ ຫລາຍຝ່າຍ ແລະ ເປັນກຽດສັກສີຂອງແຂວງຄຳມ່ວນ, ທັງເປັນຄວາມພາກພູມໃຈຂອງປະຊາຊົນລາວ ແລະ ຊາວໂລກ, ໃນການອະນຸລັກ ແລະ ການປົກປັກຮັກສາມໍລະດົກທາງທຳມະຊາດທີ່ຫາຍາກ ແລະ ມີຄຸນຄ່າລະດັບສາກົນ; ອຸທິຍານແຫ່ງຊາດຫີນໜາມໜໍ່ເປັນພື້ນທີ່ ທີ່ມີສັດປ່າ ແລະ ຊີວະນາໆພັນມະຫັດສະຈັນ ທີ່ບໍ່ສາມາດພົບເຫັນໄດ້ທົ່ວໄປໃນໂລກ ແຕ່ຍັງມີຢູ່ໃນເຂດອຸທິຍານແຫ່ງນີ້ເທົ່ານັ້ນ ຊຶ່ງເປັນຫລັກຖານໃຫ້ຮູ້ວ່າ ຢູ່ແຂວງຄຳມ່ວນ ສປປ ລາວ ມີມໍລະດົກທາງທຳມະຊາດ ແລະ ສິ່ງແວດລ້ອມທີ່ມີຄວາມໝາຍລະດັບໂລກ, ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກ ບໍ່ແມ່ນເລື່ອງງ່າຍດາຍ, ແຕ່ການຄຸ້ມຄອງ, ປົກປັກຮັກສາ ແລະ ການພັດທະນາພື້ນທີ່ດັ່ງກ່າວຕາມທິດສີຂຽວ ແລະ ໃຫ້ມີຄວາມຍືນຍົງ ແລະ ເປັນສິ່ງທີ່ທ້າທາຍທີ່ຮຽກຮ້ອງໃຫ້ພວກເຮົາສືບຕໍ່ພົວພັນຮ່ວມມືຢ່າງຍາວນານ ແລະ ເປັນລະບົບ.


