ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອຸບັດຕິເຫດເຮືອບິນຕົກຢູ່ແຂວງຊຽງຂວາງ ເສຍຊີວິດ 2 ຄົນ

Oct 5, 2024

ຕາມການລາຍງານຈາກ ກອງບັນຊາການ ປກສ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ວັນທີ 4 ຕຸລາ 2024 ນີ້, ເຮືອບິນກອງທັບອາ ກາດລາວ ໄດ້ບິນມາຈາກນະຄອນຫລວງວຽງຈັນ ເພື່ອມາຝຶກແອບຢູ່ນ່ານຟ້າ ແຂວງຊຽງຂວາງ ພໍຮອດເວລາປະມານ 09 ໂມງ 45 ນາທີ ໄດ້ເກີດອຸບັດເຫດ ເຮືອບິນຍີ່ຫໍ້ YAK 130 ຕົກລົງໃສ່ໜອງນໍ້າ ຢູ່ບ້ານນາຄູນ, ເມືອງແປກ, ແຂວງຊຽງຂວາງ (ທາງເດີ່ນ ບິນທົ່ງໄຫຫີນ) ເຮັດໃຫ້ນັກບິນເສຍຊີວິດທັງ 2 ຄົນ ຄື:
1. ຮອ ຄຳໄມ ເສັດຄໍາຈັນ
2. ຮອ ແກ້ວຕາ ບຸດຕະຍາວົງ
ປັດຈຸບັນ, ໄດ້ເກັບກູ້ຊິ້ນສ່ວນຊາກຍົນທີ່ແຕກຫັກໄດ້ປະມານ 30-40 kg ແລະ ຊິ້ນສ່ວນຊາກສົບຂອງນັກບິນທັງສອງໄດ້ປະມານ 4-5 kg.