ອົງການກວດສອບແຫ່ງລັດ ລາວ -ຫວຽດນາມ ເສີມຂະຫຍາຍການຮ່ວມມືສອງຝ່າຍ

ປະຕິບັດຕາມບົດບັນທຶກການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນລະຫວ່າງວັນທີ 16-20 ກໍລະກົດ 2025 ຄະນະຜູ້ແທນ ອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງ ສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບ ອົງການກວດສອບແຫ່ງລັດ ສສ ຫວຽດນາມ ທີ່ນະຄອນຫຼວງນຮ່າໂນ່ຍ ແລະ ນະຄອນ ຫຼວງໂຮ່ຈີມິງ ສສ ຫວຽດນາມ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ໂງ ວັນ ຕວັນ ປະທານອົງການກວດ ສອບແຫ່ງລັດ ສສ ຫວຽດນາມເຊິ່ງຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ ແລະ ແລກປ່ຽນບົດຮຽນກ່ຽວ ກັບ ການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ການສ້າງແຜນງົບປະມານແຫ່ງລັດ ແລະ ຄວາມ ເຂົ້າໃຈຕໍ່ກັບກົນໄກ ຂັ້ນຕອນວິທີການຈັດຕັ້ງປະຕິບັດຄໍາແນະນໍາຜົນຂອງການກວດສອບ ໃນໂອກາດດັ່ງກ່າວ ຄະນະຜູ້ແທນ ໄດ້ເດີນທາງຢ້ຽມຢາມ ອົງການກວດສອບ ປະຈຳເຂດ 4 ນະຄອນໂຮ່ຈີມິງ ສສ ຫວຽດນາມ.
ການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນຂີດໝາຍສຳຄັນ ໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນ ຮ່ວມມື ພາຍໃຕ້ບົດບັນທຶກວ່າດ້ວຍການຮ່ວມມືສອງຝ່າຍທີ່ໄດ້ເຊັ່ນຮ່ວມກັນ ໃນປີ 2022 ແນໃສ່ຊຸກຍູ້ຊ່ວຍ ເຫຼືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະ ເທດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຜັນຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍ່ຄືການເສີມຂະຫຍາຍສາຍພົວພັນທາງການທູດ ຄົບຮອບ 63 ປີ (5/9/1962 – 5/9/2025).
ໃນກອງປະຊຸມພົບປະສອງຝ່າຍ ຄະນະຜູ້ແທນແຕ່ລະຝ່າຍ ໄດ້ແຈ້ງກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ແລະ ການຮ່ວມມືທີ່ພົ້ນເດັ່ນ ຂອງວຽກງານການກວດສອບ ໂດຍສະເພາະວຽກງານໂຄງ ການປັບປຸງບໍລິຫານອົງການກວດສອບແຫ່ງລັດ ຫັນເປັນທັນສະໄປໄໝ (E-Office) ທີ່ໄດ້ຮັບທຶນການຊ່ວຍ ເຫຼືອຈາກລັດຖະບານ ສສ ຫວຽດນາມ ກໍ່ຄື ອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນປີ 2024 ປຶກສາຫາລືກ່ຽວກັບແຜນກິດຈະກຳຮ່ວມມືສອງຝ່າຍໄລຍະກາງ ແຕ່ປີ 2026-2028 ພ້ອມດຽວກັນນັ້ນ ກໍໄດ້ ແລກປ່ຽນບົດຮຽນດ້ານວິຊາການ ຄື: ການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ການສ້າງແຜນງົບ ປະມານແຫ່ງລັດ ແລະ ຄວາມເຂົ້າໃຈຕໍ່ກັບກົນໄກຂັ້ນຕອນວິທີການຈັດຕັ້ງປະຕິບັດຄໍາແນະນໍາການກວດສອບ ກອງປະຊຸມ ໄດ້ຕີລາຄາ ແລະ ເອກະພາບສູງຕໍ່ແຜນການຮ່ວມມື 2026-2028 ໂດຍມອບໃຫ້ ກົມຮ່ວມມືສອງອົງການ ປະສານສົມທົບກັນ ເພື່ອສ້າງແຜນກິດຈະກຳ ລະອຽດ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການ ສຳຮອງສູນກາງພັກ ປະທານອົງການກວດອບແຫ່ງລັດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ອົງການ ກວດສອບແຫ່ງລັດ ສສ ຫວຽດນາມ ແລະ ອົງການກວດສອບປະຈຳເຂດ 4 ສສ ຫວຽດນາມ ທີ່ໄດ້ໃຫ້ ການຕ້ອນຮັບ ແລະ ແບ່ງປັນຄວາມຮູ້ໃຫ້ແກ່ ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ ແລະ ຈະສືບຕໍ່ການຮ່ວມມືໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານນັກກວດສອບຂອງອົງການກວດສອບແຫ່ງ ລັດ ສປປ ລາວ ໃນຕໍ່ໜ້າ.
ໃນຕອນທ້າຍ ທ່ານ ໂງ ວັນ ຕວັນ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ກໍໄດ້ສະແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າທັງສອງອົງການກວດສອບແຫ່ງລັດ ສສ ຫວຽດນາມ ແລະ ສປປ ລາວ ຈະສືບຕໍ່ຮ່ວມມືຮອບດ້ານ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງອົງການກວດສອບແຫ່ງລັດ ໃຫ້ກ້າວໜ້າຂຶ້ນເລື້ອຍໆ.
ໃນໂອກາດດັ່ງກ່າວ ຄະນະຜູ້ແທນຍັງໄດ້ເຂົ້າຢ້ຽມຄຳນັບ ທ່ານ ເຈິນ ແທັງ ເໝີນ ກໍາມະການກົມການ ເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດ ສສ ຫວຽດນາມ ເຊິ່ງທ່ານໄດ້ຊີ້ນຳ ສອງອົງການກວດສອບແຫ່ງລັດ ຈົ່ງໄດ້ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ເລິກເຊິ່ງ ໂດຍການຊ່ວຍເຫລືອດ້ານວິຊາການກວດສອບ ຢ່າງຈິງໃຈ.
ພ້ອມດຽວກັນນັ້ນຄະນະຜູ້ແທນຍັງໄດ້ເດີນທາງໄປຢ້ຽມຢາມ ອົງການກວດສອບປະຈຳເຂດ 4 ແລະ ສະຖາພາປະຊາຊົນ ນະຄອນໂຮ່ຈິມິງ ສສ ຫວຽດນາມ ເຊິ່ງຜ່ານການຮັບຟັງການລາຍງານສະພາບການກວດສອບ ເຫັນວ່າ ອົງການກວດສອບແຫ່ງລັດ ປະຈຳເຂດ 4 ໄດ້ເລັ່ງໃສ່ ການກວດສອບສິ່ງແວດລ້ອມ ການຂຸດຄົ້ນບໍ່ແຮ່ ແລະ ການປ່ຽນແປງດິນຟ້າອາກາດ ເຊິ່ງເປັນກິດຈະການທີ່ມີຜົນກະທົບຕໍ່ການດໍາລົງຊີວິດ ຂອງປະຊາຊົນໂດຍກົງ.
ທີ່ມາ: ວຽງຈັນໃໝ່


