ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການກາເເດງແຂວງບໍລິຄໍາໄຊ ມອບເຄື່ອງໃຫ້ບ້ານແລະໂຮງຮຽນບ້ານນາຕັນ

Feb 5, 2025

ເມື່ອບໍ່ດົນມານີ້, ອົງການກາແດງແຂວງບໍລິຄໍາໄຊ ພ້ອມດ້ວຍທີມງານ ໄດ້ລົງສົມທົບກັບຫ້ອງການກາແດງເມືອງວຽງທອງ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວແລະນ້ອງນັກຮຽນບ້ານນາຕັນ.
ເຄື່ອງທີ່ນຳມາມອບປະກອບມີ: ເຄື່ອງນຸ່ງຫົ່ມ,ເກືອ,ເຂົ້າຈີ່, ອຸປະກອນການຮຽນ ແລະ ເຄື່ອງກິລາຈໍານວນໜຶ່ງລວມມູນຄ່າ 335ລ້ານກົ່ວກີບ.
ເຄື່ອງດັ່ງກ່າວ ໄດ້ລະດົມຈາກສັງຄົມໂດຍສະເພາະຫ້າງຮ້ານ, ບຸກຄົນ, ນິຕິບຸກຄົນ,ນັກທຸລະກິດທັງພາກລັດ ແລະ ເອກະຊົນ,​
ມອບໂດຍທ່ານ ນາງ ນິດຕາ ເພັງສະຫວັດ ຮອງຫົວໜ້າອົງການກາແດງແຂວງບໍລິຄໍາໄຊ ແລະ ຮັບໂດຍຕາງໜ້າຄອບຄົວ ແລະ ອົງການຈັດຕັ້ງບ້ານ.
Cr: ກາແດງເມືອງວຽງທອງ