ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງວັນທີ 28 ມີນາ 2023, ຢູ່ທີ່ຫ້ອງວ່າການປົກຄອງແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບເຮືອຈຳນວນ 1 ລຳ ແລະ ລົດຕູ້ລົງເຄື່ອນໄຫວຮັບບໍລິຈາກເລືອດຈຳນວນ 1 ຄັນ ໃຫ້ແກ່ອົງການກາແດງແຂວງໄຊຍະບູລີ, ໃຫ້ກຽດກ່າວມອບໂດຍທ່ານ ສຈ. ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ແລະ ໃຫ້ກຽດກ່າວຮັບໂດຍທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆ ໄຊຍະບູລີ, ມີບັນດາເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າຫ້ອງ ການ,ຫົວໜ້າພະແນກ,ຮອງພະແນກພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຮືອທີ່ມອບ-ຮັບເປັນເຮືອຜະລິດຈາກໂລຫະແບບຕິດຕັ້ງເຄື່ອງຈັກ, ລວງຍາວ ຕາມມາດຕະໄລຍະຜ່ານມາ ແມ່ນເກີດໄພພິບັດ ແລະມີຄວາມຈຳເປັນສຳຄັນຫລາຍ,ສະນັ້ນທາງສູນກາງຈຶ່ງໄດ້ແບ່ງບັນໄປນຳໃຊ້ແລະລົດຕູ້ເພື່ອຂົນຂວາຍເຄື່ອນໄຫວວຽກງານບໍລິຈາກເລືອດ ໃຫ້ກາແດງແຂວງໄຊຍະບູລີເພື່ອເຮັດການບໍລີຈາກເລືອດບັນລຸດໄດ້ຕາມຄວມຕ້ອງ ການ ການຊ່ວຍເຫລືອເປັນມູນຄ່າ 740.000.000 ກີບ, ເຊິ່ງໄດ້ຮັບການສະໜັບສະໜູນຈາກ ສະພາກາຊາດໄທ ແລະ ກາແດງ ສ.ເກົາຫຼີ.
ໃນໂອກາດດຽວກັນ ທ່ານ ເຈົ້າແຂວງໆ ໄຊຍະບູລີ ໄດ້ກ່າວສະແດງຄວາມຂອບ ໃຈ ແລະ ຢືນຢັນຈະເອົາໃຈໃສ່ຊຸກຍູ້ກາແດງແຂວງໄຊຍະບູລີ ໃຫ້ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາເຮືອ ແລະ ລົດທີ່ໄດ້ຮັບການຊ່ວຍເຫຼືອໃຫ້ເປັນຊັບສິນລວມ ເພື່ອຈະໄດ້ນໍາມາໃຊ້ຍາມມີວຽກສຸກສີນ ໂດຍສະເພາະໃນເວລາຫາກມີນໍ້າຖ້ວມ ແລະ ການເຄື່ອນໄຫວຮັບບໍລິຈາກເລືອດໃຫ້ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.