ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 2 ກຸມພາ 2023, ສຈ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ໃຫ້ກຽດຕ້ອນຮັບທ່ານ. ເຕດ ບຸນນາກ ເລຂາທິການໃຫຍ່ສະພາກາຊາດໄທ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມແລະເຄື່ອນໄຫວເຮັດວຽກຢູ່ ສ ປປ ລາວ ໃນຄັ້ງນີ້ ເພື່ອເປັນການຮັດແໜ້ນສາຍພົວພັນລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ສະພາກາຊາດໄທ ໃນການຮ່ວມມືໃຫ້ການຊ່ວຍເຫຼືອປະຊາຊົນໃນວຽກງານມະນຸດສະທຳ, ໃນໄລຍະແຕ່ປີ 2017 -2022 ອົງການກາແດງແຫ່ງຊາດລາວ ແລະ ສະພາກາຊາດໄທ ໄດ້ມີການເຄື່ອນ ໄຫວ, ແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນ ການເຄື່ອນໄຫວແລກປ່ຽນຢ້ຽມຢາມ ຂອງຄະນະນໍາທັງສອງຝ່າຍ, ການຊ່ວຍເຫຼືອທາງດ້ານງົບປະມານ, ອຸປະກອນ ແລະ ເຕັກນິກວິຊາການຕ່າງໆ, ການຮ່ວມມືໃນຂົງເຂດວຽກງານເລືອດ, ການແລກປ່ຽນຂໍ້ມູນຂ່າວສານ, ການວິໄຈ ນອກນັ້ນ ທາງສະພາກາຊາດໄທ ໄດ້ ສະເຫນີໃຫ້ ສະ ຖາບັນເລືອດແຫ່ງຊາດມີການພົວພັນ, ແລກ ປ່ຽນບົດຮຽນ ຢູ່ສູນເລືອດປະຈໍາພາກເຊັ່ນ: ພາກເຫນືອຢູ່ຊຽງໃຫມ່, ພາກກາງຢູ່ອຸດອນ ແລະ ພາກໃຕ້ຢູ່ອຸບົນ, ເພື່ອຮັບ ປະກັນການຮ່ວມມືໃນອານາຄົດ, ນອກ ຈາກນັ້ນ, ສະພາກາຊາດໄທ ມີຄວາມພ້ອມໃຫ້ການສະຫນັບສະຫນຸນ ອົງການກາແດງແຫ່ງຊາດລາວ ທັງດ້ານຊັບພະຍາ ກອນ ແລະ ບຸກຄະລາກອນ ໂດຍມີຈຸດ ປະສົງໃຫ້ອົງການກາແດງແຫ່ງຊາດລາວ ມີຄວາມເຂັ້ມແຂງຫຼາຍຂຶ້ນ, ສາມາດດໍາເນີນງານມີສັກກະຍະພາບໃນການໃຫ້ບໍລິການດ້ານມະນຸດສະທໍາ ໃຫ້ແກ່ປະ ຊາຊົນລາວບັນດາເຜົ່າ, ເປັນການຮ່ວມມືລະຫວ່າງ ອົງການກາແດງແຂວງ ແລະ ເຫຼົ່າກາຊາດຈັງຫວັດ ເນັ້ນການຊ່ວຍ ເຫຼືອເຊິ່ງກັນ ແລະ ກັນຂອງປະຊາຊົນສອງຊາດ ໃນການແກ້ໄຂບັນຫາພາຍໃນພື້ນທີ່ຊ່ວຍເຫຼືອ ຊຶ່ງກັນແລະກັນຕາມຄວາມສາມາດທີ່ມີ ແຕ່ຂັ້ນສູນກາງຮອດທ້ອງຖິ່ນແຕ່ປີ 2017 ເປັນຕົ້ນມາສະພາກາຊາດໄທໄດ້ໃຫ້ການຊ່ວຍເຫຼືອວຽກ ງານເລືອດ 01 ໂຄງການໂດຍການສະ ໜອງນໍ້າຢາ ແລະ ອຸປະກອນການແພດ ໃຫ້ສູນເລືອດແຫ່ງຊາດມູນຄ່າ 2,915,360ບາດ, ສະໜັບສະໜູນວຽກງານພັດທະນາຄຸນນະພາບຊີວິດ 01 ໂຄງການຄື: ໂຄງການກວດ ແລະ ຕັດແກ່ນຕາ ໃຫ້ນັກຮຽນຢູ່ນະຄອນຫຼວງວຽງຈັນ ມູນຄ່າ 382,000ບາດ, ມອບລົດເມຮັບບໍລິຈາກເລືອດ 1 ຄັນ ມູນຄ່າ 1,600,000 ບາດ, ສະໜອງງົບປະມານ ເພື່ອຈັດຕັ້ງປະຕິບັດ ໂຄງການ ສ້າງ ຄວາມເຂັ້ມແຂງໃນວຽກງານເລືອດ ຈຳນວນ 500,000ບາດ, 13,820 ໂດຮາ, ມອບຄອມພິວເຕີທີ່ໃຊ້ແລ້ວຈໍານວນ 50 ຫນ່ວຍ ແລະ ເຄື່ອງໃຫມ່ 5 ຫນ່ວຍ ມູນຄ່າ 600,000ບາດ, ປະກອບສ່ວນໃນວຽກງານຕອບໂຕ້ ແລະ ຊ່ວຍເຫຼືອບັນເທົາທຸກ 06 ໂຄງການເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ແຂວງ ອັດຕະປື ຈຳນວນ 5,000,000 ບາດ, ມອບເຄື່ອງຊ່ວຍເຫຼືອບັນເທົາທຸກປະເພດເຂົ້າສານ, ອາຫານ ແຫ້ງຈໍານວນ 4,500 ຊຸດ ສໍາລັບ 2018 ຊ່ວຍເຫຼືອຜູ້ປະສົບໄພຢູ່ແຂວງອັດຕະປື ມູນຄ່າ 5,287,500ບາດ, ເຕັ້ນສໍາລັບຜູ້ປະສົບໄພ 10 ດາງ ສໍາລັບ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອັດຕະປື ຈຳນວນ 176,000ບາດ, ມອບເຮືອກູ້ໄພຈຳນວນ 6 ລໍາ ພ້ອມດ້ວຍເຄື່ອງຈັກ ມູນຄ່າ 3,568,600ບາດ, ມອບເຄື່ອງນຸ່ງຫົ່ມ (ໃຫມ່), ພັດລົມ ແລະ ຢາສີພັນ ມູນຄ່າ 1,415,009 ບາດ, ພິເສດສຳລັບປີ 2022 ໄດ້ສະໜອງງົບປະມານໃນການກໍ່ສ້າງສາງ ອົງການກາແດງແຫ່ງຊາດລາວຢູ່ ຫຼັກ 16 ນະຄອນຫຼວງວຽງຈັນ ມູນຄ່າການກໍ່ສ້າງ 8,347,395 ບາດ, ພ້ອມທັງສະໜອງຖົງເລືອດ ຈໍານວນ 4650 ຊຸດ 503,130ບາດ, ລວມມູນຄ່າທັງຫມົດ 29,510,485 ບາດ, 815,670 ໂດຮາ.ໃນໂອກາດທີ່ທ່ານເລຂາທິການໃຫຍ່ສະພາກາຊາດໄທ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມ ສປປລາວ ໃນຄັ້ງນີ້ ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງອົງການກາແດງແຫ່ງຊາດລາວ ແລະ ສະພາກາຊາດໄທ(2023-2027) ເຊິ່ງທັງສອງຝ່າຍຈະໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານ ການຄຸ້ມຄອງໄພພິບັດ ແລະ ການສົ່ງເສີມສຸຂະພາບ, ການບໍລິຈາກເລືອດ, ການພັດທະນາອົງກອນ, ການໂຄສະນາ ແລະ ຊອກຫາແຫຼ່ງທຶນ, ຄຸ້ມຄອງອາສາສະໝັກ ແລະ ຊາວໜຸ່ມ, ການຂົນສົ່ງພາລາທິການ, ນອກຈາກນັ້ນ; ຍັງໄດ້ມອບຫຼຽນກາມິດຕະພາບໃຫ້ແກ່ສະພາກາຊາດໄທ ທີ່ມີຜົນງານໃນການຊ່ວຍເຫລືອປະຊາຊົນລາວໃນໄລຍະຜ່ານມາ.
ໃນໂອກາດດັ່ງກ່າວ ສຈ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ສະພາກາຊາດໄທໃນຄັ້ງນີ້ ພ້ອມທັງເປັນຂີດໝາຍອັນສຳຄັນໃນການຈັດຕັ້ງປະຕິບັດວຽກງານມະນຸດສະທຳຮ່ວມກັນ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.