ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການກາແດງ ແຂວງອຸດົມໄຊ ໄດ້ຮັບລົດຕູ້ນຳໃຊ້ເຂົ້າໃນການບໍລິຈາກເລືອດ

Jan 9, 2025

ໃນວັນທີ 8 ມັງກອນ 2025, ອົງການກາແດງແຫ່ງຊາດລາວ ໄດ້ມອບ ລົດຕູ້ ຈຳນວນ 1 ຄັນ ໃຫ້ແກ່ສູນເລືອດ ອົງການກາແດງ ແຂວງອຸດົມໄຊ ມູນຄ່າ 32,000 ໂດລາ ແລະ ເຄື່ອງຕັດສາຍເລືອດ 2 ເຄື່ອງ, ຊຶ່ງມອບໂດຍທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ແລະ ຮັບໂດຍ ທ່ານ ນາງ ສິດທິວອນ ຫົງສາຄອນ ຫົວໜ້າອົງການກາແດງແຂວງອຸດົມໄຊ ໂດຍມີ ທ່ານ ຄຳດີວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
ລົດຕູ້ ແລະ ເຄື່ອງຕັດສາຍເລືອດ ທີ່ນຳມາມອບໃນຄັ້ງນີ້ ໂດຍໄດ້ຮັບການຊ່ວຍເຫຼືອຈາກສູນເລືອດແຫ່ງຊາດ ອົງການກາແດງ ສ.ເກົາຫຼີ. ດັ່ງນັ້ນ, ການຊ່ວຍເຫຼືອນີ້ ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ການບໍລິຈາກເລືອດ ຢູ່ຕາມສະຖານທີ່ຕ່າງໆ ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້.
ຂ່າວ: ແສງອາທິດ