ໃນກອງປະຊຸມສອງສະພາຂອງຈີນທຸກປີ, ການບໍລິຫານທາງສັງຄົມແມ່ນເປັນຂົງເຂດຈຸດສຸມສຳຄັນສຳລັບຜູ້ແທນປະຊາຊົນ ແລະ ກຳມະການທັງຫຼາຍ. ຫວ່າງມໍ່ໆມານີ້, ຮູບເງົາເລື່ອງ “ສຽງຂອງທ່ານ” ເຊິ່ງເປັນຮູບເງົາສາລະຄະດີທີ່ເນັ້ນໜັກໃສ່ຫົວຂໍ້ “ຮັບຟ້ອງແລ້ວຈະແກ້ໄຂໃນທັນທີ” ຂອງນະຄອນຫຼວງປັກກິ່ງໄດ້ສາຍຕາມໂຮງຮູບເງົາຕ່າງໆ ເຊິ່ງໄດ້ເຮັດໃຫ້ທົ່ວສັງຄົມຈີນມີຄວາມສົນໃຈນຳຢ່າງກວ້າງຂວາງ.
ຮູບເງົາສາລະຄະດີເລື່ອງ “ສຽງຂອງທ່ານ” ໄດ້ເລົ່າເລື່ອງກ່ຽວກັບພະນັກງານຂັ້ນຮາກຖານ ແລະ ປະຊາຊົນທຳມະດາ ທີ່ໄດ້ບັນທຶກກົນໄກ “ຮັບຟ້ອງແລ້ວຈະແກ້ໄຂໃນທັນທີ” ຢ່າງຄົບຖ້ວນຈາກຕົວຈິງ ແລະ ມີຄວາມລະອຽດ ເຊັ່ນ: ຈະແກ້ໄຂບັນຫາຈອດລົດຍາກໃນຮ່ອມຖະໜົນທີ່ຄັບແຄບດ້ວຍວິທີໃດ, ຄວາມຫຍຸ້ງຍາກລຳບາກໃນການຕິດຕັ້ງລິຟຢູ່ຕາມຕຶກເກົ່າ ແລະ ບັນຫາຕ່າງໆທີ່ພົວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນ. ບັນຫາມະຍິບມະຍ່ອຍເຫຼົ່ານີ້ຖືເປັນບັນຫາທີ່ແກ້ໄຂຍາກໃນຂະບວນການບໍລິຫານຕົວເມືອງ. ໃນຂະນະດຽວກັນ, ກໍເປັນຄວາມປາຖະໜາຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ທີ່ດີງາມ.
ກົນໄກ “ຮັບຟ້ອງແລ້ວຈະແກ້ໄຂໃນທັນທີ” ເປັນມາດຕະການປະດິດສ້າງໃໝ່ທີ່ສຳຄັນຢ່າງໜຶ່ງຂອງນະຄອນຫຼວງປັກກິ່ງໃນການບໍລິຫານຕົວເມືອງ ເຊິ່ງຈະສາມາດສົ່ງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນໄປເຖິງອົງການລັດ ໂດຍຜ່ານຈາກໂທລະສັບສາຍດ່ວນການບໍລິການປະຊາຊົນໝາຍເລກ 12345. ກົນໄກດັ່ງກ່າວໄດ້ເຊື່ອມຕໍ່ອົງການລັດ ແລະ ປະຊາຊົນໂດຍຜ່ານໂທລະສັບສາຍດ່ວນ ເພື່ອເຮັດໃຫ້ສຽງຂອງປະຊາຊົນທຳມະດາທຸກຄົນໄດ້ຖືກຮັບຟັງ, ໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບການແກ້ໄຂ.
ໃນຊຸມປີຜ່ານມາ, ກົນໄກ “ຮັບຟ້ອງແລ້ວຈະແກ້ໄຂໃນທັນທີ” ໄດ້ກາຍເປັນມາດຕະການສຳຄັນໃນການລົງເລິກການບໍລິຫານທາງສັງຄົມຂອງທ້ອງຖິ່ນຕ່າງໆຂອງຈີນ. ບັນຫາມະຍິບມະຍ່ອຍ ແລະ ຄວາມຫຍຸ້ງຍາກລຳບາກຕ່າງໆທີ່ພົວພັນເຖິງຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບສຽງຕອບຮັບ ແລະ ໄດ້ຮັບການແກ້ໄຂຈາກອົງການທີ່ກ່ຽວຂ້ອງ ໂດຍຜ່ານການໂທໝາຍເລກ 12345 ເທົ່ານັ້ນ.
ກົນໄກ “ຮັບຟ້ອງແລ້ວຈະແກ້ໄຂໃນທັນທີ” ບໍ່ພຽງແຕ່ເນັ້ນໜັກໃສ່ການແກ້ໄຂບັນຫາຕົວຈິງຂອງປະຊາຊົນເທົ່ານັ້ນ, ຫາກຍັງໄດ້ຊຸກຍູ້ການຍົກລະດັບການບໍລິຫານທາງສັງຄົມໃຫ້ດີຂຶ້ນ. ມີຫຼາຍທ້ອງຖິ່ນຂອງຈີນໄດ້ຂະຫຍາຍຈາກກົນໄກ “ຮັບຟ້ອງແລ້ວຈະແກ້ໄຂໃນທັນທີ” ໄປເຖິງກົນໄກ “ບໍ່ໄດ້ຮັບຟ້ອງກໍແກ້ໄຂໃຫ້ກ່ອນ” ເຊິ່ງໄດ້ບັນລຸການຫັນປ່ຽນຈາກ “ການຮັບມືແບບຕັ້ງຮັບ” ກາຍມາເປັນ “ການບໍລິຫານແບບເປັນເຈົ້າການ”. ການປະດິດສ້າງໃໝ່ຮູບແບບໃໝ່ນີ້ ບໍ່ພຽງແຕ່ໄດ້ຍົກສູງສະມັດຕະພາບດ້ານການບໍລິຫານໃຫ້ສູງຂຶ້ນເທົ່ານັ້ນ, ຫາກຍັງສາມາດແກ້ໄຂຄວາມຕ້ອງການຮີບດ່ວນຂອງປະຊາຊົນໄດ້ດີກວ່າເກົ່າ, ໄວກວ່າເກົ່າ ແລະ ມີຄວາມອົບອຸ່ນຂຶ້ນກວ່າເກົ່າ.
ປັດຈຸບັນນີ້, ສຽງຂອງປະຊາຊົນມີບົດບາດນັບມື້ນັບສູງຂຶ້ນໃນການບໍລິຫານທາງສັງຄົມຂອງຈີນ. ຈາກ “ຫ້ອງປະຊຸມໃນເດີ່ນບ້ານ” ເຖິງ “ງານສຳມະນາໃນເຮືອນຊານ”, ຈາກ “ກອງປະຊຸມໂຕະມົນ” ແບບເຊິ່ງໜ້າທີ່ທາງອັອຟລາຍ ເຖິງ “ກຸ່ມວິແຊັດເພື່ອປຶກສາຫາລືວຽກບ້ານການເມືອງ” ທາງອອນລາຍ, ຈາກຕູ້ໄປສະນີເຈົ້າຄອງນະຄອນເຖິງໂທລະສັບສາຍດ່ວນໝາຍເລກ 12345, ຊ່ອງທາງຕ່າງໆເຫຼົ່ານີ້ຈະເຮັດໃຫ້ອົງການປົກຄອງລະດັບຕ່າງໆໃນທົ່ວປະເທດໄດ້ຮັບຟັງສຽງຈາກປະຊາຊົນນັບມື້ນັບເພີ່ມຂຶ້ນ ແລະ ເຮັດໃຫ້ປະຊາຊົນເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ.
ສິ່ງທີ່ຄວນເວົ້າເຖິງນັ້ນກໍຄື: ຮູບເງົາສາລະຄະດີເລື່ອງ “ສຽງຂອງທ່ານ” ຍັງໄດ້ຮັບຄວາມຍ້ອງຍໍຊົມເຊີຍຈາກຜູ້ແທນປະຊາຊົນ ແລະ ກຳມະການທັງຫຼາຍໃນກອງປະຊຸມສອງສະພາປີນີ້ ເຊິ່ງໄດ້ສະແດງໃຫ້ເຫັນວ່າ ທົ່ວສັງຄົມຈີນໄດ້ເອົາໃຈໃສ່ຢ່າງສູງຕໍ່ການບໍລິຫານທາງສັງຄົມ. ໃນກອງປະຊຸມສອງສະພາປີນີ້, ຜູ້ແທນປະຊາຊົນ ແລະ ກຳມະການທັງຫຼາຍໄດ້ນຳເອົາບັນຫາທີ່ພົບພໍ້ໃນວຽກງານຂອງຕົນ, ລວມທັງສຽງຮຽກຮ້ອງຈາກປະຊາຊົນ, ຄວາມເຫັນ ແລະ ຂໍ້ສະເໜີທີ່ລ້ຳຄ່າມາສະເໜີຕໍ່ກອງປະຊຸມ. ຈາກນີ້ເຫັນໄດ້ວ່າ, ຄວາມເຫັນ ແລະ ຂໍ້ສະເໜີທີ່ລ້ຳຄ່າເຫຼົ່ານີ້ຈະກາຍເປັນ “ກະແຈຄຳ” ໃນການແກ້ໄຂບັນຫາ ແລະ ຊຸກຍູ້ໃຫ້ສັງຄົມຈີນກ້າວໄປສູ່ທິດທາງທີ່ກົມກຽວຂຶ້ນກວ່າເກົ່າ ແລະ ດີງາມກວ່າເກົ່າ.
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນເຄີຍຊີ້ອອກວ່າ: ໃນບັນຫາຕ່າງໆຂອງບ້ານເມືອງ, ການເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ສຸກສຳລານຈະເປັນບັນຫາອັນດັບທີໜຶ່ງຂອງພັກແລະລັດ. ຮູບເງົາເລື່ອງ “ສຽງຂອງທ່ານ” ບໍ່ພຽງແຕ່ເປັນຮູບເງົາເທົ່ານັ້ນ, ຫາກຍັງເປັນແວ່ນແຍງ ທີ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມກ້າວໜ້າ ແລະ ຄວາມອົບອຸ່ນໃນການບໍລິຫານຕົວເມືອງຂອງຈີນໃນຍຸກໃໝ່ ແລະ ໄດ້ເຮັດໃຫ້ຄົນທັງຫຼາຍຮັບຮູ້ເຖິງພຶດຕິກຳຕົວຈິງໃນຂັ້ນຮາກຖານຂອງປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງຈີນ.






