ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 21 ກັນຍາ 2022 ຢູ່ສະໂມສອນເມືອງນ້ຳບາກ ໄດ້ຈັດກອງປະຊຸມປືກສາຫາລືກະກຽມຄວາມພ້ອມໃນການຈັດ ງານ ເທດສະການໝາກກ້ຽງນ້ຳບາກປະຈຳປີ 2022 ໂດຍເປັນປະທານຂອງ ທ່ານ ບຸນທັນ ຈັນທະສັກ ຮອງເຈົ້າເມືອງນ້ຳບາກ, ມີຫົວໜ້າ-ຮອງຫົວໜ້າຫ້ອງ ການ, ພະນັກງານທີ່ຮັບຜິດຊອບ ພ້ອມດວ້ຍອົງການປົກຄອງ 14 ບ້ານທີ່ກ່ຽວຂອງ ເຂົ້າຮ່ວມ.
ພີທີ ທ່ານ ວັນແພງ ອຸດທະວີສັກ ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງນ້ຳບາກ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ-ອານຸກຳມະການຕ່າງຯ, ຜ່ານແຜນດຳເນີນງານເທດສະການຫມາກກ້ຽງນ້ຳບາກ ປະຈຳປີ 2022, ໂດຍກຳນົດເປັນເວລາ 2 ວັນ ເຊີ່ງຈະມີກິດ ຈະກຳທີ່ຫຼາກຫຼາຍ ເປັນຕົ້ນ ງານວາງສະແດງຂາຍຜົນຜະລິດຂອງຫມາກກ້ຽງ, ການປະ ກວດລົດຊາດໝາກກ້ຽງ, ປະກວດນາງສາວໝາກກ້ຽງ, ງານວາງສະແດງສິນຄ້າຫັດຖະກຳແຜ່ນແພ ຍອມສີທຳມະຊາດ ທີ່ເປັນເອກະລັກ, ອາຫານພື້ນບ້ານ, ຜະລິດ ຕະພັນໄຄແຜ່ນ, ສະແດງສີລະປະວັນນະ ຄະດີ, ການເດີນຂະບວນກ້ອນກໍາລັງຂອງຊາວບ້ານ ທີ່ຕິດພັນກັບການປູກໝາກກ້ຽງ ຈຳນວນ 14 ຂະບວນ, ຂະບວນບ້ານທ່ອງທ່ຽວ ແບບປະຊາຊົນມີສ່ວນ ຮ່ວມ ບ້ານນາຍາງໃຕ້ ແລະອື່ນໆ. ເພື່ອເປັນການພື້ນຟູ ແລະສົ່ງເສີມການທ່ອງ ທ່ຽວ ຕິດພັນກັບການອານຸລັກຮັກສາ ແລະສົ່ງເສີມມູນເຊື້ອ ຄວາມດຸໝັ່ນຂອງຊາວກະສິກອນ ສວນໝາກກ້ຽງ ໃຫ້ມີຄວາມຍືນຍົງຕະຫຼອດໄປ. ໂອກາດນີ້ ຜູ້ເຂົ້າຮ່ວມ ໄດ້ປະກອບຄຳເຫັນ ກ່ຽວກັບຮູບແບບຂອງການຈັດງານ, ຮູບແບບຂອງການປະກວດ ແລະຂະບວນການຕ່າງຯ ເພື່ອເຮັດໃຫ້ມີຄວາມເປັນເອກະພາບກັນ ເຮັດໃຫ້ການຈັດງານມີຄວາມເບີກບານມ່ວນຊື່ນ, ຮັກສາໄດ້ເອກະລັກວັດທະ ນະທຳ, ເປັນການດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວມາຊົມ ທັງເປັນການສ້າງຮັບໃຫ້ປະຊາຊົນ, ຈາກນັ້ນ ຈະໄດ້ມີການລາຍ ງານໜ້າວຽກແຕ່ລະໄລຍະ, ມີການຝຶກຊ້ອມຂະບວນການຕ່າງຯ ຄາດວ່າງານເທດສະການໝາກກ້ຽງນ້ຳບາກ ຈະໄດ້ຈັດຂື້ນໃນທ້າຍເດືອນຕຸລາ ປີ 2022 ນີ້.
ຂ່າວ: ພອນສັກ ສິງດາລັກ (ນັກຂ່າວເມືອງນ້ຳບາກ)
May be an image of 4 people, people standing and indoor