ອົງການປົກຄອງເມືອງສີສັດຕະນາກ ຮຽກຮ້ອງໃຫ້ປະຊາຊົນທີ່ອາໄສຢູ່ເຂດລຽບຕາມແຄມແມ່ນໍ້າຂອງ ແລະ ພື້ນທີ່ສ່ຽງໄພນໍ້າຖ້ວມໃຫ້ມີການກຽມພ້ອມ ພາຍຫຼັງທີ່ລະດັບນ້ຳໃນແມ່ນ້ຳຂອງຂຶ້ນເຖິງ 12,51 ແມັດ ເຊິ່ງເກີນລະດັບອັນຕະລາຍ.
ວັນທີ 25 ກໍລະກົດ 2025 ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດຂອງເມືອງສີສັດຕະນາກ ນຳໂດຍ ທ່ານ ປອ ທິນນະກອນ ທອງຄຳ ຮັກສາການເຈົ້າເມືອງສີສັດຕະນາກ ລົງຕິດຕາມສະພາບລະດັບນ້ຳ ຢູ່ເຂດທ່າເຮືອຫຼັກ 4 ເມືອງສີສັດຕະນາກ ພາຍຫຼັງທີ່ລະດັບນໍ້າໄດ້ວັດແທກໄດ້ 12,51 ແມັດ ໃນເວລາ 6:00ໂມງ ຂະນະທີ່ຂີດອັນຕະລາຍແມ່ນ 12,50 ແມັດ.
ຈາກສະພາບດັ່ງກ່າວໄດ້ເຮັດໃຫ້ອົງການປົກຄອງເມືອງສີສັດຕະນາກ ຕ້ອງອອກມາຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະປະຊາຊົນທີ່ອາໄສຢູ່ເຂດລຽບຕາມແຄມແມ່ນໍ້າຂອງ ແລະ ພື້ນທີ່ສ່ຽງໄພນໍ້າຖ້ວມໃນ 1-2 ມື້ຂ້າງໜ້ານີ້ ຈົ່ງຍົກສູງສະຕິລະວັງຕົວ ແລະ ກຽມພ້ອມຮັບມືກັບສະຖານະການທີ່ອາດຈະເກີດຂຶ້ນ.
ກຽມການເຄື່ອນຍ້າຍສິ່ງຂອງຂຶ້ນບ່ອນສູງ ກຽມອຸປະກອນຈຳເປັນ ແລະ ຕິດຕາມຂ່າວສານ ຂໍໃຫ້ປະຊາຊົນຈົ່ງມີສະຕິ ແລະ ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຕົນເອງ ແລະ ຄອບຄົວ.


ທີ່ມາ: ວຽງຈັນໃໝ່


