ໃນວັນທີ 2 ກໍລະກົດ 2025 ນີ້ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງຫົງສາ (ເປີດກວ້າງ) ສະຫຼຸບຕີລາຄາ 6 ເດືອນຕົ້ນປີ ແລະ ວາງແຜນ 6 ເດືອນທ້າຍປີ 2025, ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງຫົງສາ, ມີບັນດາທ່ານຮອງເຈົ້າເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ກົມກອງ ອ້ອມຂ້າງເມືອງ, ຫົວໜ້າລັດວິສາຫະກິດ ສູນບໍລິການປະຈຳເມືອງ ແລະ ນາຍບ້ານໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງໄດ້ກ່າວເປີດກອງປະຊຸມເຊິ່ງບາງຕອນທ່ານໄດ້ກ່າວວ່າ ກອງປະຊຸມຂອງພວກເຮົາຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍຢ່າງເລິກເຊິ່ງ ແລະ ເປັນການສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ, ເປັນການຕີລາຄາຄວາມຮັບຜິດຊອບຂອງອົງການປົກຄອງຂັ້ນຕ່າງໆ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ລະບຽບກົດໝາຍ, ບັນດາຄາດໝາຍຕ່າງໆ ຕາມໜ້າວຽກຈຸດສຸມແຕ່ລະຂະແໜງການວາງອອກມີຜົນສໍາເລັດຄືແນວໃດ, ພ້ອມນີ້ພວກເຮົາຈະໄດ້ເອກະພາບກັນໃນການກໍານົດທິດທາງ, ວຽກງານຈຸດສຸມ, ຄາດໝາຍສູ້ຊົນແຕ່ລະດ້ານໃນຕໍ່ໜ້າ, ສະນັ້ນຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ສຸມໃສ່ຕີລາຄາ ຊອກຫາສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນ, ບັນຫາຄົງຄ້າງ ແລະ ພ້ອມກັນຄົ້ນຄວ້າຊອກຫາສາເຫດ ແລະ ວິທີການແກ້ໄຂໃນຕໍ່ໜ້າ, ເຮັດໃຫ້ມີຜົນໄດ້ຮັບດີຂຶ້ນກວ່າເກົ່າ. ຫຼັງຈາກນັ້ນ ທ່ານ ບຸນທະວີ ສີປະເສີດ ຫົວໜ້າຫ້ອງວ່າການເມືອງ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕີລາຄາສະພາບລວມ ໃນໄລຍະ 6 ເດືອນຜ່ານມາ ເຖິງວ່າເມືອງຫົງສາ ໄດ້ພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ໂດຍທາງກົງ ແລະ ທາງອ້ອມ ເປັນຕົ້ນແມ່ນ ອັດຕາເງິນເຟີ້, ການເພີ້ມຂຶ້ນຂອງລາຄາສິນຄ້າ ບວກກັບໄພພິບັດທາງທໍາມະຊາດ ທີ່ສົ່ງຜົນເສຍຫາຍຢ່າງໜັກໜ່ວງ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງການປົກຄອງເມືອງ ເຮັດໃຫ້ເມືອງຂອງພວກເຮົາຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ບັນດາຄາດໝາຍຂອງຂະແໜງ ການຂັ້ນຕ່າງໆ ໄດ້ບັນລຸຕາມແຜນການທີ່ວາງໄວ້.
ສ່ວນທິດທາງແຜນການວຽກຈຸດສຸມ 6 ເດືອນທ້າຍປີ 2025ທິດທາງລວມແມ່ນ ສືບຕໍ່ເຮັດໃຫ້ເມືອງຫົງສາມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ, ສຶບຕໍ່ພັດທະນາເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນ່ືອງ ຕິດພັນກັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ, ຮັບປະກັນການພັດທະນາຕາມທິດສົມດູນ, ສີຂຽວ ແລະ ຍືນຍົງ, ສືບຕໍ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ດ້ວຍການປັບປຸງຄຸນນະພາບຂອງການສຶກສາ, ສາທາລະນະສຸກ, ສ້າງໃຫ້ໄດ້ບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ, ມີສຸຂະພາບແຂງແຮງ, ມີລະບຽບວິໄນ ເປັນປັດໄຈຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ເພື່ອຍົກສູງຄຸນນະພາບຊີວິດ ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍູ້ສົ່ງເສີມອຸດສາຫະກໍາຂະໜາດນ້ອຍ-ຂະໜາດກາງ ( SME ), ຫັນເປັນທັນສະໄໝເຂົ້າໃນການຜະລິດ, ການບໍລິການໃນຂະແໜງການທີ່ມີເງື່ອນໄຂ, ຊຸກຍູ້ການຜະລິດພາຍໃນທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກຕາມທ່າແຮງຂອງເມືອງ, ການພັດທະນາເສດຖະກິດຕ້ອງຕິດພັນກັບການພັດທະນາສັງຄົມ, ການຮັກສາສິ່ງແວດລ້ອມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຜູ້ເຂົ້າຮ່ວມຍັງໄດ້ ປະກອບຄຳຄິດເຫັນເພື່ອຍົກໃຫ້ເຫັນບັນຫາຕົວຈິງດ້ານດີ, ດ້ານຄົງຄ້າງ ເພື່ອປັບປຸງໃຫ້ດີຂຶ້ນໃນຕໍ່ຫນ້າ.
ໃນໂອກາດນີ້ກໍໄດ້ຮັບຟັງການມີຄຳເຫັນໂອ້ລົມໃຫ້ທິດຊີ້ນໍາວຽກງານໃນຕໍ່ໜ້າຈາກທ່ານພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງຫົງສາ ຕື່ມອີກ.
ຂ່າວ-ພາບ: ຖວທ ຫົງສາ



