ກອງປະຊຸມຮ່ວມ ລະຫວ່າງ ອົງການປົກຄອງແຂວງຄໍາມ່ວນ ແລະ ສະພາປະຊາຊົນແຂວງ ເພື່ອປຶກສາຫາລື ແລະ ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 8 ມັງກອນ 2025ຜ່ານມາ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ໂດຍມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານບົດລາຍງານໂດຍສັງເຂບກ່ຽວກັບຜົນສໍາເລັດ ຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7; ແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II; ຄົ້ນຄວ້າ, ປຶກສາຫາລື ແລະ ຮັບຮອງເອົາບັນຫາທີ່ພົ້ນເດັ່ນພາຍໃນແຂວງ ເປັນຕົ້ນ: ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຈາກໂຄງການລົງທຶນຕ່າງໆ ເພື່ອການພັດທະນາ, ການແກ້ໄຂບັນດາຄໍາສະເໜີ ຂອງປະຊາຊົນໃນໄລຍະຜ່ານມາ, ບັນຫາປະກົດການຫຍໍ້ ແລະ ອື່ນໆ. ຄົ້ນຄວ້າ ພິຈາລະນາເນື້ອໃນຄໍາຊັກຖາມ ຫຼື ຫົວຂໍ້ສະເພາະ ເພື່ອໃຫ້ບັນດາພະແນກການທີ່ກ່ຽວຂ້ອງກະກຽມລາຍງານ, ຊີ້ແຈງ, ອະທິບາຍໃນກອງປະຊຸມຖືກປະເດັນ, ຮັບປະກັນເນື້ອໃນທີ່ສົມບູນ ແລະ ສອດຄ່ອງກັບກຳນົດເວລາ; ຄົ້ນຄວ້າພິຈາລະນາວຽກງານນິຕິກໍາ ຂອງອົງການປົກຄອງແຂວງຄໍາມ່ວນ ທີ່ຈະນໍາເຂົ້າກອງປະຊຸມ, ພ້ອມນັ້ນກອງປະຊຸມຍັງໄດ້ມີຄໍາເຫັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ເນື້ອໃນເອກະສານດັ່ງກ່າວ, ທັງນີ້ເພື່ອຮັບປະກັນໃຫ້ການພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ, ການສ້າງ ແລະ ປັບປຸງນິຕິກຳ, ຜົນການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການອໍານາດລັດຂັ້ນແຂວງ ຢູ່ໃນກອງປະຊຸມສະພາປະຊາຊົນຂັ້ນແຂວງມີຄຸນນະພາບ ແລະ ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ກົມກຽວກັບນິຕິກຳທີ່ກ່ຽວຂ້ອງ ຂອງອົງການບໍລິຫານລັດຂັ້ນທ້ອງຖິ່ນ, ທັງສາມາດຮັບປະກັນການເຊື່ອມໂຍງກັບພາຍໃນ ແລະ ຕ່າງປະເທດ ແລະ ເປັນເອກະພາບຕໍ່ເນື້ອໃນທີ່ຈະນໍາເຂົ້າຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາບັນຫາຕ່າງໆ ໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ: ມະນີວັນ



